Vientiane Times Lao
ພູຫຍ້າຄາ, ພູເພີ້ຍ ແລະ ພູວັດປ່າ ເມືອງໄຊ ຈະກາຍເປັນແຫຼ່ງທ່ອງທ່ຽວໃນອະນາຄົດ

ພູຫຍ້າຄາ, ພູເພີ້ຍ ແລະ ພູວັດປ່າ ເມືອງໄຊ ຈະກາຍເປັນແຫຼ່ງທ່ອງທ່ຽວໃນອະນາຄົດ

 ບໍລິສັດ ຫົວເຟິງ ສົ່ງເສີມກະສິກຳ ຈຳກັດ ແລະ ບໍລິສັດ ຍອດນ້ຳງາ ພັດທະນາຈຳກັດ ຜູ້ດຽວໄດ້ ຮັບອະນຸຍາດຈາກອົງການປົກຄອງແຂວງອຸດົມໄຊ ໃນການລົງທຶນກ່ຽວກັບໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ທຳມະຊາດ ຢູ່ ພູຫຍ້າຄາ ເຂດຫລັກ 32, ພູເພີ້ຍ ແລະ ພູວັດປ່າ ເຂດປ່າສະຫງວນ ບ້ານນາແລ, ນາສ້າວ, ຫວ້ຍຂຸມ ແລະ ບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ ແຕ່ໂຄງການ ດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສໍາຫຼວດສຶກສາຄວາມເປັນໄປໄດ້ຊຶ່ງມີພິທີເຊັນຍາເມື່ອມໍ່ໆມານີ້ຢູ່ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊລະຫວ່າງອົງການປົກຄອງແຂວງອຸດົມໄຊ ແລະ ຜູ້ຕາງໜ້າ ສອງບໍລິສັດດັ່ງກ່າວ ຊຶ່ງການສໍາຫຼວດຈະໃຊ້ເວລາ 12 ເດືອນ ແລະ ສາມາດຕໍ່ໄດ້ອີກ 6 ເດືອນ.

ໃນນີ້ບໍລິສັດ ຫົວເຟິງ ສົ່ງເສີມກະສິກຳ ຈຳກັດ ຈະລົງທຶນ ພັດທະນາເຂດປ່າສະຫງວນພູເພີ້ຍ ແລະ ພູວັດປ່າ ໃຫ້ກາຍເປັນເຂດອະນຸລັກທຳມະຊາດ ແລະ ສະຖານທີ່ບໍລິການ ດ້ານການທ່ອງທ່ຽວ.

ສະເພາະ ບໍລິສັດ ຍອດນ້ຳງາ ພັດທະນາຈຳກັດຜູ້ດຽວຈະລົງທຶນ ພັດທະນາພູຫຍ້າຄາ ໃຫ້ເປັນແຫຼ່ງທ່ອງທ່ຽວ ທີ່ຕິດພັນກັບການອະນຸລັກທຳມະຊາດ ແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

 ຂໍ້ມູນ-ພາບ: ຄານມະນີ

Related Articles

Leave a Reply