Vientiane Times Lao
ພົບກັບ! ຜູ້ຊ່ວຍສວ່ນຕົວ AI, ສຸດລໍ້າສະໄໝກ່ວາໃຜ ໃນ Samsung Galaxy S25 Series

ພົບກັບ! ຜູ້ຊ່ວຍສວ່ນຕົວ AI, ສຸດລໍ້າສະໄໝກ່ວາໃຜ ໃນ Samsung Galaxy S25 Series

ຊໍາຊຸງເປີດໂຕມືຖື Samsung Galaxy S25 Series ທີ່ມີພ້ອມຜູ້ຊ່ວຍສ່ວນຕົວຈາກ AI ອັນລໍ້າສະໄໝ ໃນງານ Samsung Galaxy Unpacked 2025 ໂດດເດັ່ນດ້ວຍພະລັງປະມວນຜົນ AI ຈາກຊິບ Snapdragon 8 Elite for Galaxy ທີ່ເຮັດວຽກເຂົ້າກັບ Galaxy AI ລິຂະສິດຂອງຊຳຊຸງ ແລະ Google Gemini ເປັນໜື່ງດຽວ ສ້າງປະສົບການມືຖື AI ຮູ້ໃຈ ທີ່ເໝາະກັບຜູ້ໃຊ້ງານແຕ່ລະຄົນ ພອ້ມ One UI 7 ຮຸ່ນຫຼ້າສຸດ ແລະ ຍົກລະດັບໃຫ້ກັບນັກສ້າງສັນຜົນງານຜ່ານເລນ ໃຫ້ໄປເຖີງຂັ້ນມືອາຊີບໄດ້ດ້ວຍປາຍນີ້ວມືສຳຜັດ.

“ນະວັດຕະກຳທີ່ດີທີ່ສຸດເກີດຈາກຄວາມຕ້ອງການຂອງຜູ້ໃຊ້ງານ, ດ້ວຍເຫດຜົນນີ້ ຊໍາຊຸງຈື່ງພັດທະນາ Galaxy AI ເພື່ອຊ່ວຍໃຫ້ທຸກຄົນສາມາດໃຊ້ງານອຸປະກອນຂອງຕົນໄດ້ຢ່າງເປັນທຳມະຊາດ ແລະ ງ່າຍຍີ່ງຂື້ນ ໃນຂະນະດຽວກັນກໍໝັ້ນໃຈໄດ້ວ່າ ຄວາມເປັນສ່ວນຕົວຂອງພວກເຂົາຈະໄດ້ຮັບການປົກປ້ອງ, Galaxy S25 series ໄດ້ເປີດປະຕູສູ່ລະບົບປະຕິບັດການທີ່ປະສານ AI ເຊິ່ງຈະປ່ຽນແປງວິທີການໃຊ້ເຕັກໂນໂລຊີຂອງເຮົາຢ່າງແທ້ຈິງ” TM Roh ປະທານອົງກອນທຸລະກິດໂມບາຍ ເອັກຊ໌ພີລ້ຽນ ບໍລິສັດ ຊຳຊຸງ ອີເລັກໂທຣນິກ ກ່າວ

ແນວໃດກໍຕາມ, ຜູ້ໃຊ້ Samsung Galaxy S25 Series ຈະໄດ້ຮັບປະສົບການ ການໃຊ້ AI ທີ່ທັນສະໄໝຍີ່ງກ່ວາເກົ່າເຊັ່ນ: Circle to Search ທີ່ດືງຂໍ້ມູນໃນຮູບມາໃຊ້ງານໄດ້ທັນທີ, ການເອີ້ນໃຊ້ Google Gemini ຈາກປຸ່ມກົດດ້ານຂ້າງ ເພື່ອເຊື່ອມຕໍ່ການເຮັດວຽກກັບແອັບຂອງຊຳຊຸງ ແລະ ພັນທະມິດ ເຊັ່ນ Spotify ໄດ້ໃນບັນຊີດຽວກັນ, ຕະຫຼອດຈົນ Call Transcript, Writing Assist ແລະ Drawing Assist ຊື່ງເພີ່ມຄຸນສົມບັດໃໝ່ອີກຫຼາກຫຼາຍ.

ບໍ່ມີພຽງແຕ່ເທົ່ານັ້ນ ຍັງມີຄຸນສົມບັດໃໝ່ຫຼ້າສຸດທີ່ເພີ່ມເຂົ້າມາໃນ Galaxy S25 series ຄື ລະບົບປະມວນຜົນຂໍ້ມູນການໃຊ້ງານສະເພາະບຸກຄົນ (Personal Data Engine) ໂດຍຍັງຄົງຮັກສາຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານໃນທຸກຂັ້ນຕອນ ຜ່ານ Knox Vault  ຊື່ງຈະເຮັດໃຫ້ Galaxy S25 Series ເປັນຜູ້ຊ່ວຍສ່ວນຕົວທີ່ມອບປະສົບການ AI ໄດ້ຢ່າງປອດໄພ. ນອກຈາກນີ້ One UI 7 ຍັງໄດ້ເພີ່ມຟັງຊັນ Now Brief ທີ່ເປັນຜູ້ຊ່ວຍຈັດການຕາຕະລາງປະຈຳວັນ ລວມເຖິງການເບີ່ງຂໍ້ຄວາມແຈ້ງເຕືອນເພື່ອເພີ່ມຄວາມສະດວກສະບາຍຫຼາຍຂື້ນ ແລະ ແທັບ Now Bar ຢູ່ດ້ານລູ່ມຂອງໜ້າຈໍຊ່ວຍເຮັດໃຫ້ການນຳໃຊ້ app ຕ່າງໆໄດ້ງ່າຍຂື້ນ

ສຳຫຼັບນັກຫຼີ້ນເກມ ບໍ່ພຽງແຕ່ Galaxy S25 Series ຈະໃຊ້ Snapdragon 8 Elite ເຊີ່ງເພີ່ມປະສິດທິພາບດ້ານ AI ສູງເຖີງ 40% ແລະ ການປະມວນຜົນກຣາຟິກສູງຂື້ນເຖີງ 30% ເມື່ອທຽບໃສ່ຮຸ່ນກ່ອນ ແລະ ຍັງເພີ່ມລະບົບລະບາຍຄວາມຮ້ອນທີ່ໃຫຍ່ຂື້ນ 40% ເພື່ອໃຫ້ການໃຊ້ງານ ແລະ ການຫຼີ້ນເກມໄດ້ຍາວຂື້ນ ໃນຂະນະທີ່ການສະສົມຄວາມຮ້ອນໃນເຄື່ອງຫຼຸດລົງໄດ້ໄວກວ່າເກົ່າ ແລະ ສຳລັບນັກສ້າງສັນຜົນງານດີຈີຕອນ ເລນມູມກວ້າງທີ່ມີຄວາມລະອຽດສູງຂື້ນເປັນ 50 ລ້ານພິກເຊວ ແລະ Virtual Aperture ປັບລະດັບເອັບເຟັກຮູຮັບແສງຄ້າຍຄືກ້ອງ DSLR ພອ້ມການບັນທຶກສີລະດັບ 10-bit HDR ແລະ ລະບົບຫຼຸດ-ເພີ່ມສຽງດ້ວຍ Audio Eraser ລວມເຖິງ Auto Trim ຈະຊ່ວຍສ້າງສັນຜົນງານວິດີໂອໄດ້ໃນລະດັບມືອາຊີບ

Samsung Galaxy S25 Series ມີກຳນົດວັນຈຳໜ່າຍຢ່າງເປັນທາງການໃນ ສປປ ລາວ ໃນວັນທີ 07 ກຸມພາ 2025 ໂດຍຜູ້ທີ່ສົນໃຈສາມາດສຳຜັດປະສົບການ ການໃຊ້ງານ ແລະ ສັ່ງຈອງ Samsung Galaxy S25 Series ໄດ້ກ່ອນໃຜ ທີ່ Samsung Experience Space ທີ່ Parkson mall ນະຄອນຫຼວງວຽງຈັນ ຕັ້ງແຕ່ມື້ນີ້ຈົນເຖີງວັນທີ 02 ກຸມພາ 2025 ຫຼື ສັ່ງຈອງຜ່ານຕົວແທນຈຳໜ່າຍຊຳຊຸງທົ່ວປະເທດໄດ້ແລ້ວ ຈົນເຖີງ ວັນທີ 06 ກຸມພາ 2025 ແລະ ຮັບເຄື່ອງໄດ້ຕັ້ງແຕ່ ວັນທີ 05 ກຸມພາ 2025 ພອ້ມຂອງແຖມສຸດພິເສດໄດ້ແກ່

Galaxy S25 Ultra ລາຄາ 33,999,000 ກີບ ຈອງມື້ນີ້ ໄດ້ອັບເກຣດໜ່ວຍບັນທຶກຂໍ້ມູນຈາກ 512GB ເປັນ 1T ຟຣີ ພ້ອມ Galaxy Buds3, ເຄສໃສ, ຫົວສາກຂອງແທ້ຈາກ Samsung, ແລະ esim5G ຟຮີ ຈາກ Best Telecom

Galaxy S25 ແລະ Galaxy S25+ ລາຄາ 21,999,000 ກີບ ແລະ 26,990,000 ກີບ ຕາມລຳດັບ ຮັບ Pixoo Backpack, ເຄສໃສ, Battery Pack ແລະ esim5G ຟຮີ ຈາກ Best Telecom

ນອກຈາກນີ້ ຍັງມີໂປຣໂມຊັນສ່ວນຫຼຸດພິເສດ ສະເພາະຊ່ວງໄລຍະສັ່ງຈອງຫຼາຍເຖີງ 4 ຕໍ່ ໂດຍກວດສອບໂປຣໂມຊັນ ແລະ ຄຸນສົມບັດການໃຊ້ງານເພີ່ມເຕີມໄດ້ທີ່ ເພຈ facebook.com/SamsungLaos ຫຼື ຕົວແທນຈຳໜ່າຍຊຳຊຸງທົ່ວປະເທດ.

#GalaxyS25series

#GalaxyAI

#GalaxyExperienceSpace

#SamsungLaos

Related Articles

Leave a Reply