Vientiane Times Lao
ພົບການລັກລອບປູກຝິ່ນ ຢູ່ເມືອງຊໍາເໜືອ ແຂວງຫົວພັນ

ພົບການລັກລອບປູກຝິ່ນ ຢູ່ເມືອງຊໍາເໜືອ ແຂວງຫົວພັນ

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫົວພັນ ສົມທົບກັບ ປກສ ເມືອງ ແລະ ທະຫານເມືອງຊໍາເໜືອ ໄດ້ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຈຳນວນ 7,5 ເຮັກຕາ ຢູ່ກຸ່ມບ້ານຫ້ວຍມ້າ ຈຸດບ້ານກໍໄຮ່ ເມືອງຊຳເໜືອ, ແຂວງຫົວພັນ.

ຕາມການລາຍງານໃຫ້ຮູ້ຕື່ມອີກວ່າ: ນອກຈາກຈຸດດັ່ງກ່າວແລ້ວ ຍັງມີອີກຫຼາຍຈຸດທີ່ຍັງບໍ່ໄດ້ທຳລາຍ ເນື່ອງຈາກຢູ່ເຂດຫ່າງໄກສອກຫຼີກ.

ປະເທດລາວໄດ້ປະກາດລົບລ້າງການປູກຝິ່ນໄດ້ຫຼາຍສິບປີແລ້ວແຕ່ຍັງມີປະຊາຊົນຈໍານວນໜຶ່ງຍັງລັກລອບປູກຝິ່ນ ໂດຍສະເພາະຢູ່ເຂດຫ່າງໄກສອກ ຫຼີກຢູ່ບັນດາແຂວງພາກເໜືອ.

ທີ່ມາ: ປກສ ແຂວງ ຫົວພັນ

Related Articles

Leave a Reply