Vientiane Times Lao
ພົບຜູ້ເສຍຊີວິດອີກ 4 ຄົນຢູ່ອັດຕະປືຈາກໄພພິບັດນ້ຳຖ້ວມ

ພົບຜູ້ເສຍຊີວິດອີກ 4 ຄົນຢູ່ອັດຕະປືຈາກໄພພິບັດນ້ຳຖ້ວມ

ຮອງເຈົ້າແຂວງ ແຂວງອັດຕະປືໄດ້ ລາຍງານກ່ຽວກັບສະພາບຜົນເສຍ ຫາຍຈາກໄພພີບັດນ້ຳຖ້ວມໃນຄັ້ງນີ້ ຕໍ່ຄະນະກຳມະການກົມການເມືອງສູນກາງພັກທີ່ໄດ້ລົງໄປຢ້ຽມຢາມໃນມື້ ວານນີ້ 07/09/2019 ວ່າ: ແຂວງອັດ ຕະປືໄດ້ມີຜູ້ເສຍຊີວິດຈາກວິກິດການດັ່ງກ່າວແລ້ວ 4 ຄົນ ເປັນເດັກນ້ອຍ 1 ຄົນ ແລະ ຜູ້ໃຫຍ່ອີກ 3 ຄົນ.
ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າ ແຂວງ ທັງເປັນປະທານຄະນະປ້ອງ ກັນ ແລະ ຄວບຄຸມໄພພິບັດ ຂັ້ນ ແຂວງໃຫ້ ຮູ້ຕື່ມອີກວ່າ: ພາຍຫຼັງທີ່ເກີດໄພພິບັດດັ່ງກ່າວມາ ຮອດ ວັນທີ 07 ກັນຍາ 2019 ແຂວງອັດຕະປື ໄດ້ຮັບຜົນກະທົບ 6,341 ຄອບຄົວ ຈາກ 91 ບ້ານ ຢູ່ໃນ 5 ເມືອງ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ ໃນ 2 ເມືອງ ຄື: ເມືອງ ສາມັກ ຄີໄຊ ເດັກນ້ອຍຈົມນ້ຳເສຍຊີວິດ 1 ຄົນ ຢູ່ບ້ານ ຫຼັກ 3 ແລະ ເມືອງ ຊານໄຊ ຖືກນ້ຳປ່າໄຫຼພັດເອົາ ເສຍຊີວິດ 3 ຄົນ ຢູ່ ບ້ານ ດາກຂະໜາດ.
ມາຮອດປັດຈຸບັນ ການຊ່ວຍເຫຼືອສຸກ ເສີນເບື້ອງຕົ້ນ ແມ່ນມີ 36 ບ້ານ, 4,521 ຄອບຄົວ ພ້ອມນີ້ຍັງມີອີກ ຫຼາຍບ້ານທີ່ບໍ່ທັນໄດ້ໄປຊ່ວຍ, ເຊິ່ງ ຄາດວ່າ ຈະໄດ້ນຳເອົາເຄື່ອງບັນເທົາ ທຸກໄປຊ່ວຍເຫຼືອໃຫ້ແຕ່ລະເມືອງໃນ ໄວໆນີ້.
ໃນໂອກາດການລົງຢ້ຽມຂອງ ຄະນະ ກົມການເມືອງໃນຄັ້ງນີ້ ແມ່ນນຳໂດຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ອາດີດເຈົ້າແຂວງ ແຂວງອັດຕະປື ໄດ້ສະແດງຄວາມເຫັນໃຈຕໍ່ການແກ້ ໄພພິບັດດັ່ງກ່າວ ແລະ ໄດ້ມອບເຄື່ອງ ຊ່ວຍເຫຼືອເປັນວັດຖຸ ແລະ ປັດໄຈ ຈຳນວນ 100 ກວ່າລ້ານກີບ ເພື່ອ ແກ້ໄຂບັນເທົາທຸກໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມດັ່ງກ່າວ.
ຂ່າວ: ສຸກນີລັນດອນ
ແຫຼ່ງຂ່າວ ແລະ ພາບ: Attapeu Media

Related Articles

Leave a Reply