ຊ່ຽວຊານຄົ້ນຄວ້າວັດຖຸບູຮານ ຈາກປະເທດຝຣັ່ງ ສົມທົບກັບ ວິຊາການກົມຄຸ້ມຄອງມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ໄດ້ລົງສຳຫຼວດພື້ນທີ່ຊອກຫາຊິ້ນສ່ວນກະດູກມະນຸດບູຮານ ເມື່ອມໍ່ໆມານີ້ຢູ່ຖ້ຳຍືນ, ຖ້ຳຜາຂາວ ເຂດຍອດຫ້ວຍຮີດ ເມືອງຮ້ຽມ ແຂວງຫົວພັນ ໂດຍໄດ້ພົບເຫັນພຣະພຸດທະຮູບເກົ່າແກ່ຈຳນວນໜຶ່ງ.
ພຣະພຸດທະຮູບທີ່ພົບເຫັນໃນຄັ້ງນີ້ມີຈຳນວນ 25 ອົງ, ຍັງສົມບູນ 4 ອົງ ແລະ ຂວານຫີນ 1 ອັນ ຕາມການສັນນິຖານຂອງຊ່ຽວຊານດ້ານວັດຖຸບູຮານ ຄາດວ່າມີອາຍຸ ປະມານ 200-300 ປີ ຫຼັງອານາຈັກລາວລ້ານຊ້າງ.
ປັດຈຸບັນ ພຣະພູດທະຮູບດັ່ງກ່າວ ໄດ້ເອົາມາເກັບຮັກສາໄວ້ຢູ່ວັດພະທາດຮ້ຽມ ໂພໄຊຍະຣາມ ຢູ່ ເມືອງຮ້ຽມ.