ປະຈຸບັນ ໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ, ໂດຍສະເພາະ ພຽງມື້ດຽວ ວັນທີ 15 ມີຖຸນາ 2024 ມີຜູ້ປ່ວຍໄຂ້ຍຸງເພີ່ມເຖິງ 24 ກໍລະນີ ໃນທົ່ວປະເທດ.
ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2024 ຮອດປະຈຸບັນ ມີກໍລະນີ ສະສົມຄົນເຈັບພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນທັງໝົດ 4.119 ກໍລະນີ ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 3 ຄົນ (ນະຄອນຫຼວງວຽງຈັນ 2 ຄົນ ແລະ ແຂວງເຊກອງ 1 ຄົນ).
ແຂວງ ເຊກອງ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 1.278 ກໍລະນີ, ຮອງລົງມາ ນະຄອນຫຼວງວຽງຈັນ 813 ກໍລະນີ, ແຂວງຫຼວງພະບາງ 377 ກໍລະນີ, ແຂວງ ຫຼວງນໍ້າທາ 358 ກໍລະນີ ແລະ ແຂວງ ອື່ນໆ, ແຕ່ແຂວງຫົວພັນ ຍັງບໍ່ພົບກໍລະນີຜູ້ປ່ວຍໄຂ້ຍຸງລາຍເທື່ອ.
ຕໍສະພາບການແຜ່ລະບາດພະຍາດໄຂ້ຍຸງລາຍ ແລະ ບໍ່ໃຫ້ມີກໍລະນີຜູ້ປ່ວຍໃໝ່ນັ້ນ ໃຫ້ທຸກຄົນໃນສັງຄົມ ຕ້ອງເອົາໃຈໃສ່ ໃນການອະນາໄມ ແລະ ປະຕິບັດມາຕະການ 5ປ ຢ່າງເຄັ່ງຄັດ ເປັນປະຈຳ ເພື່ອທຳລາຍແຫຼ່ງເພາະພັນຂອງຍຸງລາຍ ໄດ້ຄື: ປິດ ຝາພາຊະນະ ທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່. ປ່ຽນ ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ. ປັບປຸງການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ. ປະຕິບັດ ໃຫ້ເປັນນິໄສ ປະຈຳທຸກໆອາທິດ.
ຖ້າຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫຼຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດ ໄຂ້ຍຸງລາຍ ໃຫ້ຫຼຸດລົງເທື່ອລະກ້າວ.