Vientiane Times Lao
ພຽງເດືອນດຽວ ມີຜູ້ເສຍຊີວິດເຖິງ 109 ຄົນຈາກອຸບັດເຫດໃນທົ່ວປະເທດ

ພຽງເດືອນດຽວ ມີຜູ້ເສຍຊີວິດເຖິງ 109 ຄົນຈາກອຸບັດເຫດໃນທົ່ວປະເທດ

ໃນໄລຍະເດືອນເມສາ 2025 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 109  ຄົນ, ມີຜູ້ບາດເຈັບ 1,167 ຄົນ ແລະ ມີພາຫະນະເປ່ເພ 1,275 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 734 ຄັ້ງ, ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນມີນາ ທີ່ຜ່ານມາ ເພີ່ມຂຶ້ນ 15 ຄົນ ຊຶ່ງມີຜູ້ເສຍຊີວິດ 94 ຄົນ.

ອີງຕາມຂໍ້ມູນ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນເມສາ 2025 ທີ່ຜ່ານມາ ຂອງກົມ​ຕຳ­ຫຼວດ​ຈາລະຈອນ ​ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 16:00-24:00 ໃນກຸ່ມອາຊີບກໍາມະກອນ, ນັກຮຽນ, ນັກສຶກສາ.

ຕໍ່ສະພາບການເກີດອຸບັດເຫດ ດັ່ງກ່າວ, ຂໍໃຫ້ທຸກຄົນໃນທົ່ວສັງຄົມ ຈົ່ງລະມັດລະວັງຕົວໃນການຂັບຂີ່, ໃຫ້ກຽດເຊິ່ງກັນ ແລະ ກັນຂອງຜູ້ຂັບຂີ່ ພ້ອມກັນປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ ເພື່ອເປັນການຊ່ວຍຫຼຸດຜ່ອນການເກີດອຸບັດເຫດ,ໂດຍສະເພາະໃນໄລຍະສະເຫຼີມສະຫຼອງ ບຸນປະເພນີ ຫຼື ເທສະການຕ່າງໆ  ຈົ່ງມີສະຕິໃນການໄປ-ການມາ, ເມົາແລ້ວບໍ່ຄວນຂັບຂີ່ລົດ, ທັງນີ້ ກໍເພື່ອຮັບປະກັນບໍ່ ໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ.

Related Articles

Leave a Reply