ພິທີມອບ-ຮັບອຸປະກອນໂຄສະນາປູກຈິດສຳນຶກກ່ຽວກັບຄວາມປອດໄພທາງຫຼວງ ພາຍໃຕ້ທຶນກອງທຶນທາງບ້ວງຄວາມປອດໄພທາງຫຼວງ ປີ 2024 ໃຫ້ແກ່ຂະແໜງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2025 ທີ່ກະຊວງ ຍທຂ, ໂດຍໃຫ້ກຽດມອບອຸປະກອບນຄັ້ງນີ້ ຂອງທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ຕາງໜ້າຈາກຂະແໜງ ຍທຂ ທົ່ວປະເທດ ເປັນຜູ້ຮັບ.
ອຸປະກອນທີ່ມອບ-ຮັບໃນຄັ້ງນີ້ ມີທັງໝົດ 18 ຊຸດ, ແຕ່ລະຊຸດປະກອບມີຄອມພິວເຕີໂນດບຸກ 1 ເຄື່ອງ, LCD 1 ເຄື່ອງ, ຜ້າຈໍສາຍສະໄລ 1 ຊຸດ ແລະ ຕູ້ລຳໂພງ 1 ໜ່ວຍ, ມອບໃຫ້ຂະແໜງ ຍທຂ ໃນ 18 ແຂວງ ທົ່ວປະເທດ, ແຂວງລະ 1 ຊຸດ ເພື່ອນໍາໃຊ້ ເຂົ້າໃນການເຮັດກິດຈະກຳໂຄສະນາປຸກລະດົມສະຕິ ແລະ ປູກຈິດສຳນຶກກ່ຽວກັບຄວາມປອດໄພໃນການໃຊ້ລົດໃຊ້ທາງຫຼວງ ແນໃສ່ຫຼຸດຜ່ອນການເກີດອຸບັດເຫດລົງເທື່ອລະກ້າວ.