Vientiane Times Lao
ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງຮ້ອຍ ຊາຍແດນ 321 ເມືອງເຊໂປນ ແຂວງສະຫວັນນະເຂດ

ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ກອງຮ້ອຍ ຊາຍແດນ 321 ເມືອງເຊໂປນ ແຂວງສະຫວັນນະເຂດ

ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ  ຄົບຮອບ 75 ປີ (20 ມັງກອນ 1949- 20 ມັງກອນ 2024) ທີ່ຈະໝູນວຽນບັນຈົບ ຄົບຮອບອີກວາລະໜຶ່ງ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວັນດັ່ງກ່າວ, ໃນໂອກາດນີ້ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງ ຊປປລ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງລົງພົບປະ ຢ້ຽມຢາມອ້າຍນ້ອງ ທະຫານກອງຮ້ອຍ ຊາຍແດນ 321 ທີ່ບ້ານອາວຽນ ເຂດຈຸດສຸມລະໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ໄດ້ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນກິລາ, ອຸປະກອນການສຶກສາ ທີ່ໄດ້ຮັບການອຸປະຖໍາຈາກຫ້ອງວ່າ ການສຳນັກງານນາຍົກ ລັດຖະມົນຕີ ຊຶ່ງລວມມູນຄ່າ ທັງໝົດ 75.000.000 ກີບ ມາມອບໃນຄັ້ງນີ້ອີກດ້ວຍ.

ການລົງພົບປະຢ້ຽມຍາມຄັ້ງນີ້ ທ່ານ ມອນໄຊ ລາວມົວຊົ່ງ  ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ ວຽກງານຂອງອ້າຍນ້ອງທະຫານ ກອງຮ້ອຍຊາຍແດນ 321 ທີ່ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າຮັບໃຊ້ ປະຊາຊົນ, ໃກ້ຊິດຕິດແທນກັບປະຊາຊົນ ຄຽງຄູ່ກັບການປ່ຽນແປງທາງດ້ານເສດຖະກິດ ເຮົາຄວນຮັບມືກັບ ການປ່ຽນແປງຄືແນວໃດ ແລະ ຈະແກ້ໄຂບັນຫາທາງດ້ານເສດຖະກິດ ໃຫ້ຜູ້ທີ່ໜຸ່ມນ້ອຍປະຢັດມັດທະຍັດ ຄືແນວໃດເພື່ອເຮັດໃຫ້ການເປັນຢູ່ດີຂຶ້ນເທື່ອລະກ້າວ. ນອກນີ້, ທ່ານຍັງກ່າວຕື່ມອີກວ່າ: ພາຍໃນເດືອນ ມັງກອນນີ້ ເປັນເຫດການທີ່ສຳຄັນຂອງພັກຂອງຊາດ ໂດຍສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ຂໍອວຍພອນແດ່ນາຍ ແລະ ພົນທະຫານຕະຫຼອດຮອດທົ່ວກຳລັງປະກອບອາວຸດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດຄອບຄົວ, ຈົ່ງສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ພັກ ແລະ ລັດມອບໝາຍໃຫ້ຢ່າງມີຜົນສຳເລັດ.

ແຫຼງຂ່າວຈາກ: ແຂວງສະຫວັນນະເຂດ

Related Articles

Leave a Reply