Vientiane Times Lao
: ມະຫາວິທະຍາໄລແຫ່ງຊາດຈັດກິດຈະກໍາຕະຫຼາດນັດແຮງງານ ແລະ ການແຂ່ງຂັນສິລະປະ-ວັນນະຄະດີ

: ມະຫາວິທະຍາໄລແຫ່ງຊາດຈັດກິດຈະກໍາຕະຫຼາດນັດແຮງງານ ແລະ ການແຂ່ງຂັນສິລະປະ-ວັນນະຄະດີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກິດຈະກໍາຕະຫຼາດນັດແຮງງານ ແລະ ການແຂ່ງຂັນສິລະປະ-ວັນນະຄະດີ ໃນລະຫວ່າງວັນທີ 21-23 ພືດສະພາ 2025 ທີ່ຜ່ານມາຢູ່ ມຊ ເຊີ່ງມີບັນດາຄະນະວິຊາ ແລະ ສະຖາບັນທົ່ວ ມຊ ແລະ ມີນັກສຶກສາ ມຊ ເຂົ້າຮ່ວມ.

ໃນງານດັ່ງກ່າວໄດ້ມີການແຂ່ງຂັນຮ້ອງເພງ ແລະ ຟ້ອນລວມໝູ່ໂດຍມີຫົວຂໍ້ທີ່ກ່ຽວພັນກັບການສຶກສາ ພາຍໃຕ້ການເປັນປະທານຂອງທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ ແລະ ທ່ານ ເປີ້ນ ອິນທະນໍ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ໂດຍມີບັນດາຄະນະບໍດີ, ຜູ້ອໍານວຍການສະຖາບັນ ແລະ ຫ້ອງການເຂົ້າຮ່ວມ.

ຜົນການແຂ່ງຂັນຟ້ອນສິລະປະ-ວັນນະຄະດີ ລາງວັນອັນດັບທີ 1 ຕົກເປັນຂອງສະຖາບັນຂົງຈື, ລາງວັນທີ 2 ແມ່ນຄະນະສຶກສາສາດ ແລະ ລາງວັນທີ 3 ແມ່ນຄະນະອັກສອນສາດ.

ໃນງານແຂ່ງຂັນດັ່ງກ່າວສະຖາບັນຂົງຈືໄດ້ເຂົ້າຮ່ວມການແຂ່ງຂັນສິລະປະ-ວັນນະຄະດີ ເປັນຄັ້ງທໍາອິດໂດຍສົ່ງ 2 ລາຍການເຂົ້າຮ່ວມການແຂ່ງຂັນຄື: ການຟ້ອນລວມໝູ່ ແລະ ການຮ້ອງເພງດ່ຽວ.

ຖືວ່າເປັນຜົນງານຂອງສະຖາບັນໃນເວທີການແຂ່ງຂັນສິລະປະທົ່ວ ມຊ ຊຶ່ງສະຖາບັນຂົງຈືສາມາດຍາດໄດ້ລາງວັນຊະນະເລີດອັນດັບ 1 ໃນການແຂ່ງຂັນຟ້ອນລວມໝູ່ໃນຫົວຂໍ້ “ການສຶກສາແມ່ນຄວາມໝັ້ນຄົງຂອງຊາດ” ໂດຍເນື້ອໃນບົດຟ້ອນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການສຶກສາ, ຄູສ້າງຄົນ ຄົນສ້າງອາຊີບ ອາຊີບສ້າງຊາດ, ບໍ່ວ່າສາຂາອາຊີບໃດກໍຕ້ອງມີຄູບາອາຈານ ແລະ ຍັງສະແດງໃຫ້ເຫັນຜົນງານຂອງກະຊວງສຶກສາເປັນຕົ້ນ, ສ່ວນການແຂ່ງຂັນຮ້ອງເພງດ່ຽວແມ່ນໄດ້ລາງວັນອັນດັບ 3 ໃນຊື່ເພງ “ສຸກໃຈບ້ານເກີດ” ຮ້ອງໂດຍ ທ້າວ ພາວັນ ຮຸ່ງເຮືອງ ນັກສຶກສາປະລິນຍາຕີປີ 2 ສາຂາຄູພາສາຈີນ.

Related Articles

Leave a Reply