Vientiane Times Lao
ມາຣູຮານ ມອບເງິນ 100 ລ້ານກີບ ເພື່ອສະໜັບສະໜູນການແຂ່ງຂັນເຕະບານຊີງຂັນ ພະນະທ່ານນາຍົກລັດຖະມົນຕີ

ມາຣູຮານ ມອບເງິນ 100 ລ້ານກີບ ເພື່ອສະໜັບສະໜູນການແຂ່ງຂັນເຕະບານຊີງຂັນ ພະນະທ່ານນາຍົກລັດຖະມົນຕີ

ທະນາຄານ ມາຣູຮານ ມອບເງິນ ຈໍານວນ 100 ລ້ານກີບ ເພື່ອສະໜັບສະໜູນຫຼັກໃນການແຂ່ງຂັນ ເຕະບານຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນ 3 ລະດູການ 2024-2025.

ເງິນຈຳນວນດັ່ງກ່າວນີ້ ແມ່ນຈະໃຊ້ເຂົ້າໃນການຈັດການແຂ່ງຂັນ ແລະ ອື່ນໆ ເພາະລາຍການນີ້ ເປັນລາຍການທີ່ສຳຄັນ ໃຫ້ບັນດາສະໂມສອນກິລາບານເຕະທົ່ວປະເທດ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຄວາມເຂັ້ມແຂງ, ລາຍການນີ້ ແມ່ນຈະນຳເອົາທີມຈາກລາວລີກ 1 ແລະ ລາວລີກ 2 ມາແຂ່ງຂັນກັນແບບເປີດກວ້າງ ແລະ ໃຫ້ໂອກາດນັກກີລາລາວ ຫຼາຍຄົນຈາກທ້ອງຖິ່ນ ສະແດງທັກສະຄວາມສາມາດ ໃນການຫຼີ້ນກິລາ ເພື່ອຈະກາຍເປັນຕົວເລືອກຂອງທີມຊາດລາວ ໃນອະນາຄົດ.

ພິທີມອບ-ຮັບ ເງິນຈໍານວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ເຄນຈິ ຄູໂຣກິ (Kenji KUROKI) ຮອງຜູ້ອຳນວຍການ ທະນາຄານມາຣູຮານ ແລະ ທ່ານ ຈັນທະວົງ ສີລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບ ການແຂ່ງຂັນເຕະບານຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ 2024-2025 ແມ່ນມີທັງໝົດ16 ທີມ ເຂົ້າຮ່ວມ ຊຶ່ງການແຂ່ງຂັນ ແມ່ນເລີ່ມມາແຕ່ເດືອນມັງກອນ 2025 ແລະ ຈະສໍາເລັດໃນເດືອນມີນາ 2025 ນີ້.

Related Articles

Leave a Reply