Vientiane Times Lao
ມາສເຕີ້ ເຊເວັ້ນ ຄວ້າແຊ້ມການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2024

ມາສເຕີ້ ເຊເວັ້ນ ຄວ້າແຊ້ມການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2024

ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ ຄວ້າແຊ້ມການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2024 LAO WOMEN’S LEAGUE 2024 ໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 300 ລ້ານກີບ, ອັນດັບ 2 ກອງທັບ ໄດ້ຮັບເງິນ 100 ລ້ານກີບ ແລະ ອັນດັບ 3 ຫຼວງພະບາງ ໄດ້ຮັບເງິນ 50 ລ້ານກີບ.

ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2024 ( Lao Women’s League 2024) ປະກອບມີ 10 ທີມ ເຂົ້າຮ່ວມ: ກອງທັບ, ມາສເຕີ້ ເຊເວັ້ນ, ທ່າຊ້າງ, ເອັສອີຊີ, ມະຫາວິທະຍາໄລແຫ່ງຊາດລາວ, ນ້ຳທາ, ຈຳປາສັກ, ຫຼວງພະບາງ ແລະ ວຽງຈັນ.

ການແຂ່ງຂັນລາຍການນີ້ ໄດ້ສຳເລັດໃນວັນທີ 7 ກັນຍາ 2024 ຜ່ານມານີ້ ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 15 ມິຖຸນາ 2024, ໂດຍໄດ້ນຳໃຊ້ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມໃນ), ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມນອກ), ສູນຝຶກຫ້ວຍຫົງ ( 2 ສະໜາມ), ສະໜາມກິລາກາງມະຫາວິທະຍາໄລແຫ່ງຊາດລາວ, ສະໜາມກິລາກອງທັບ ຫຼັກ 5, ສະໜາມກິລາກອງບັນຊາການທະຫານແຂວງວຽງຈັນ ແລະ ສະໜາມກິລາສະຖານບັນກິລາ-ກາຍຍະກຳ( ສີເກີດ ), ຊຶ່ງຈັດການແຂ່ງຂັນ ໂດຍສະຫະພັນບານເຕະແຫ່ງຊາດລາວ (ສຕລ).

ທີ່ມາ: ສຕລ

Related Articles

Leave a Reply