ນັບແຕ່ຕົ້ນເດືອນມັງກອນ 2024 ມາຮອດວັນທີ 9 ກໍລະກົດ 2024 ຜ່ານມານີ້, ປະເທດລາວ ມີຜູ້ປ່ວຍໄຂ້ຍຸງລາຍ ສະສົມແລ້ວ 6.320 ກໍລະນີ ແລະ ມີຜູ້ເສຍຊີວິດ ສະສົມແລ້ວ 6 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ເຊກອງ 1 ຄົນ ແລະ ແຂວງ ຫຼວງພະບາງ 2 ຄົນ).
ພະຍາດໄຂ້ຍຸງລາຍ ເກີດຈາກເຊື້ອຈຸລະໂລກ ຫຼື ເຊື້ອໄວຣັສ ຕິດຕໍ່ໂດຍຍຸງລາຍ ຊຶ່ງມີອາການສະແດງ: ມີໄຂ້ສູງຕະຫຼອດ 2-7 ວັນ, ເຈັບຫົວ, ປວດຮາກ, ປວດເມື່ອຍຕາມ ກ້າມຊີ້ນ, ມີຜື່ນແດງທີ່ຜີວໜັງ, ມີຈຸດຊໍ້າເລືອດອອກ, ມີເລືອດອອກ ຕາມເຟັນແຂ້ວ, ຮາກອອກເລືອດ ຫຼື ຖ່າຍດໍາ, ບາງຄົນອາດຊ໋ອກ ໂຕເຢັນ ງ້ວງຊຶມ ໝົດສະຕິ ແລະ ອາດເສຍຊີວິດໄດ້.ສູນຂ່າວສານການແພດສຸຂະສຶກສາ ໄດ້ແນະນໍາວ່າ: ການປິ່ນປົວພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແມ່ນຕ້ອງໄດ້ປຶກສາທ່ານໝໍ, ພັກຜ່ອນໃຫ້ພຽງພໍ, ດື່ມນໍ້າຫຼາຍໆ ແລະ ກິນອາຫານທີ່ມີປະໂຫຍດ, ຖ້າມີໄຂ້ຂຶ້ນສູງກວ່າ 39 ອົງສາ ແມ່ນໃຫ້ກິນຢາປາຣາເຊຕາໂມນ ທຸກໆ 8 ຊົ່ວໂມງ ພ້ອມທັງໃຫ້ຮີບຮ້ອນໄປພົບແພດໝໍ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ.