Vientiane Times Lao
ມີ 14 ປະເທດເຂົ້າຮ່ວມແຂ່ງຂັນກີລາປິ່ງປ່ອງຊາວໜຸ່ມ ເຍົາວະຊົນໂລກ 2024 ທີ່ນະຄອນຫຼວງວຽງຈັນ

ມີ 14 ປະເທດເຂົ້າຮ່ວມແຂ່ງຂັນກີລາປິ່ງປ່ອງຊາວໜຸ່ມ ເຍົາວະຊົນໂລກ 2024 ທີ່ນະຄອນຫຼວງວຽງຈັນ

ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນກີລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ຊຶ່ງມີ 14 ປະເທດເຂົ້າຮ່ວມເຂົ້າຮ່ວມແຂ່ງຂັນ: ລາວ, ໄທ, ຫວຽດນາມ, ກໍາປູເຈຍ, ສ. ເກົາຫຼີ, ມາເລເຊຍ, ສິງກະໂປ, ອິນເດຍ, ມານດິວ, ອົດສະຕຣາລີ, ໂຄລົມບີ, ອິນໂດເນເຊຍ, ຮົງກົງ ແລະ ໄຕ້ຫວັນ ແລະ ມີນັກກີລາທັງໝົດ 201 ຄົນ (ຍິງ 80 ຄົນ).

ພິທີເປີດການແຂ່ງຂັນກີລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ຫຼື WTT youth contender 2024 ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມພິທີເປີດ ຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ປະທານ ຄະນະກຳມະການຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການແຂ່ງຂັນກີລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ຄັ້ງນີ້ ຈະໄດ້ດໍາເນີນການແຂ່ງຂັນ ຮອດວັນທື 21 ກັນຍາ 2024 ແລະ ປີນີ້ແມ່ນເປັນປີທີ 2 ຕິດຕໍ່ກັນທີ່ ສປປ ລາວ ເປັນເຈົ້າພາບ.

Related Articles

Leave a Reply