ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຈັບສະຫຼາກແບ່ງກຸ່ມການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/25, ໃນວັນທີ 16 ມັງກອນ 2025 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ, ໂດຍມີ 16 ທີມ ເຂົ້າຮ່ວມການແຂ່ງຂັນລາຍການນີ້ ປະກອບມີ:
ທີມຈາກ ລີກ 1 ມີ 8 ທີມ ປະກອບມີ 2 ກຸ່ມ ຄື: ກຸ່ມ A ມີສະໂມສອນບານເຕະ ມາດສເຕີ , ສະໂມສອນບານເຕະ ກອງທັບ, ສະໂມສອນບານເຕະ ຫຼວງພະບາງ ແລະ ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ ແລະ ກຸ່ມ B ມີສະໂມສອນບານເຕະ ຊ້າງນ້ອຍ, ສະໂມສອນບານເຕະ ເອສະຣາ, ສະໂມສອນບານເຕະ ຈຳປາສັກ ແລະ ສະໂມສອນບານເຕະ ມັດສະດ້າ ຈີບີ ຊຶ່ງຕາຕະລາງການແຂ່ງຂັນຮອບແບ່ງກຸ່ມ ແມ່ນຈະແຂ່ງຂັນວັນທີ 25 ມັງກອນ 2025, ວັນທີ 29 ມັງກອນ 2025 ແລະ ວັນທີ 5 ກຸມພາ 2025 ໂດຍຈະແຂ່ງຂັນຢູ່ທີ່ນະຄອນຫຼວງ 4 ສະໜາມ ຄື: ສະໜາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມໃນ), ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມນອກ) ແລະ ສະໜາມກິລາກອງທັບ.
ທີມຈາກ ລີກ 2 ມີ 8 ທີມ ປະກອບມີ 2 ກຸ່ມ ຄື: ກຸ່ມ A ມີສະໂມສອນບານເຕະ ພີເອັມ ເຊກອງ ( ເຈົ້າພາບ ) , ສະໂມສອນບານເຕະ ເມືອງເລົ່າງາມ, ສະໂມສອນບານເຕະ ເມືອງພວນ ແລະ ສະໂມສອນບານເຕະ ເຮືອເຫຼັກ ແລະ ກຸ່ມ B ມີສະໂມສອນບານເຕະ ທະຫານແຂວງຄຳມ່ວນ (ເຈົ້າພາບ), ສະໂມສອນບານເຕະ ທະຫານແຂວງຈຳປາສັກ, ສະໂມສອນບານເຕະທະຫານແຂວງຊຽງຂວາງ ແລະ ສະໂມສອນບານເຕະ ສະຫວັນ ຢູໄນເຕັດ ຊຶ່ງຕາຕະລາງການແຂ່ງຂັນຮອບແບ່ງກຸ່ມ ແມ່ນຈະແຂ່ງຂັນວັນທີ 4 ກຸມພາ 2025, ວັນທີ 6 ກຸມພາ 2025 ແລະ ວັນທີ 8 ກຸມພາ 2025, ໂດຍກຸ່ມ A ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງເຊກອງ ແລະ ກຸ່ມ B ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງຄຳມ່ວນ.
ທີມທີ່ໄດ້ອັນດັບ 1 ແລະ ອັນດັບ 2 ແຕ່ລະກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍເຊິ່ງຈະແຂ່ງຂັນໃນວັນທີ 13 ກຸມພາ 2025, ຮອບຮອງຊະນະເລີດ ແຂ່ງຂັນວັນທີ 16 ກຸມພາ 2025 ແລະ ນັດຊີງຊະນະເລີດ ແມ່ນແຂ່ງຂັນວັນທີ 8 ມີນາ 2025, ສ່ວນລາຍລະອຽດຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.
ທີ່ມາ: ສຕລ