ອໍານາດການປົກຄອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 28 ປະຈໍາປີ 2025 ຂຶ້ນໃນລະຫວ່າງວັນທີ 13-17 ກຸມພາ 2025 ຊຶ່ງປີນີ້ມີ ບັນດາຫ້າງຮ້ານເຂົ້າຮ່ວມວາງສະແດງ 300 ກວ່າຮ້ານ.


ງານຕະຫຼາດນັດວາງສະແດງຂາຍສິນຄ້າຄັ້ງນີ້ ແມ່ນເນັ້ນໃສ່ການເປີດໂອກາດໃຫ້ບັນດາຄອບຄົວຕົວແບບ, ຜະລິດສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳ ຕາມທິດ 1 ບ້ານ 1 ຜະລິດຕະພັນ, 1 ເມືອງ ບໍ່ໃຫ້ຫຼຸດ 5 ຜະລິດຕະພັນ, ໄດ້ມາແລກປ່ຽນບົດຮຽນ, ແລກປ່ຽນປະສົບການ, ເຕັກນິກ ວິທະຍາສາດ ແລະ ເຕັກໂນໂລຊີ ນຳກັນ ເພື່ອພ້ອມກັນຍົກລະດັບສະມັດຖະພາບການຜະລິດສິນຄ້າໃຫ້ນັບມື້ນັບສູງຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ.
ສ່ວນ ສິນຄ້າຂອງບັນດາຫ້າງຮ້ານທີ່ເຂົ້າຮວ່ມໃນງານຄັ້ງນີ້ ປະກອບມີ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດ໋ອບ) ແລະ ສິນຄ້າຄອບຄົວຕົວແບບ ຂອງເມືອງນາຊາຍທອງ ເປັນຕົ້ນ ສິນຄ້າເພື່ອສຸຂະພາບ, ເຄື່ອງຈັກສານ, ອາຫານ-ເຄື່ອງດື່ມ ແລະ ອື່ນໆ ຈາກສີມືຂອງຊາວເມືອງນາຊາຍທອງ, ມີໂຮງຈັກ-ໂຮງງານ,ໂຮງຊ່າງຫັດຖະກຳ, ມີໂຮງງານເຟີນີເຈີ, ບໍລິສັດຕົວແທນຈໍາໜ່າຍສິນຄ້າ ຂອງຜະລິດຕະພັນ ໂອດ໋ອບ ຂອງຕ່າງເມືອງ, ມີຜະລິດຕະພັນໂອດ໋ອບ ຂອງຕ່າງແຂວງ ແລະ ອື່ນໆ.
ສໍາລັບ ພິທີເປີດງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2025 ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າເມືອງນາຊາຍທອງ ພ້ອມດ້ຍບັນດາຫົວໜ້າພະແນກການ, ນັກທຸລະກິດ, ຊາວຄ້າຂາຍ, ຄອບຄົວຕົວແບບເມືອງນາຊາຍທອງ, ເມືອງອ້ອມຂ້າງ ແລະ ຕ່າງແຂວງເຂົ້າຮ່ວມ.