Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ​ໃໝ່ 95 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ​ໃໝ່ 95 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວີດ-19 ໄດ້ແຈ້ງໃຫ້ຮູ້​ເມື່ອ​ວັນ​ທີ 16 ກໍ​ລະ​ກົດ​ນີ້ວ່າ: ມື້ນີ້ ສ​ປ​ປ ລາວກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 95 ຄົນ ຈາກ​ຜູ້​ ໄດ້ກວດວິເຄາະທັງໝົດ 1.697 ຄົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເມື່ອ​ວັນ​ທີ 15 ກໍ​ລະ​ກົດ ທີ່​ຜ່ານ​ມາ ຊຶ່ງ​ຜູ້​ຕິດ​ເຊື້ອ​ດັ່ງ​ກ່າວ​​ຢູ່ ແຂວງ​ ຄໍາມ່ວນ 2 ຄົນ (ກໍ​ລະ​ນີນໍາເຂົ້າ), ສະຫວັນນະເຂດ 22 ຄົນ (ກໍ​ລະ​ນີນໍາເຂົ້າ), ຈໍາປາສັກ 71 ຄົນ (ກໍ​ລະ​ນີນໍາເຂົ້າ 70 ຄົນ ແລະ ຊຸມ​ຊົນ 1 ຄົນ) ຊຶ່ງ​ຜູ້​ຕິດ​ເຊື້ອ​ກໍ​ລະ​ນີ​ນຳ​ເຂົ້າ​ແມ່ນ​ແຮງ​ງານ​ ລາວ​ທີ່​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ແບບ​ຖືກ​ກົດ​ໝາຍ.
ຮອດ​ປັດ​ຈຸ​ບັນລາວມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19  ສະ​ສົມ​ແລ້ວ 3.187 ຄົນ ໃນ​ນີ້ປິ່ນ​ປົວ​ຫາຍ​ດີ​ແລ້ວ 2.175 ຄົນ, ຍັງ​ນອນ​ປິ່ນ​ປົວ 1.008 ຄົນ ແລະ ເສຍ​ຊີ​ວິດ 4 ຄົນ, ທົ່ວ​ປະ​ເທດ​ຍັງ​ໃຊ້​ສູນ​ຈໍຳ​ກັດ​ບໍ​ລິ​ເວນ 48 ສູນ ແລະ ຍັງ​ມີ​ຜູ້​ຈຳ​ກັດ​ບໍ​ລິ​ເວນ​ທັງ​ໝົດ 6.150 ຄົນ. 

Related Articles

Leave a Reply