Vientiane Times Lao
ມື້ນີ້! ນະຄອນຫຼວງວຽງຈັນອາກາດຈະຮ້ອນອົບເອົ້າ ເຖິງ 39 ອົງສາ 

ມື້ນີ້! ນະຄອນຫຼວງວຽງຈັນອາກາດຈະຮ້ອນອົບເອົ້າ ເຖິງ 39 ອົງສາ 

ມຶ້ນີ້, ທົ່ວນະຄອນຫຼວງວຽງຈັນ ອາກາດຈະຮ້ອນອົບເອົ້າ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ຊຶ່ງຈະມີອຸນຫະພູມຢູ່ໃນລະຫວ່າງ 26-39 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພະຍາກອນອາກາດປະຈໍາວັນທີ 2 ເມສາ 2024ວ່າ:  ພະຍາກອນອາກາດ ນັບແຕ່ເວລາ 7:00 ໂມງ ຂອງວັນທີ 2 ເມສາ 2024 ເຖິງເວລາ 7:00 ໂມງ ຂອງວັນທີ 3 ເມສາ 2024 ທົ່ວທຸກພາກຂອງປະເທດລາວ ມີດັ່ງນີ້:​

ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນໄລຍະຕອນບ່າຍອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຊຶ່ງອຸນຫະພູມໃນລະຫວ່າງ 17-36 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດຮ້ອນ ຫາ ຮ້ອນອົບເອົ້າ ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຊຶ່ງອຸນຫະພູມໃນລະຫວ່າງ 16-40 ອົງສາ.

ນະຄອນຫຼວງວຽງຈັນ ອາກາດຮ້ອນອົບເອົ້າ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ຊຶ່ງອຸນຫະພູມໃນລະຫວ່າງ 26 – 39 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ) ອາກາດຮ້ອນ ຫາ ຮ້ອນອົບເອົ້າ ພ້ອມຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຊຶ່ງອຸນຫະພູມໃນລະຫວ່າງ 20-39 ອົງສາ.

ແຂວງໄຊສົມບູນ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຊຶ່ງ ອຸນຫະພູມໃນລະຫວ່າງ 17-32 ອົງສາ.

ພາກໃຕ້ (ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື) ອາກາດຮ້ອນອົບເອົ້າ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຊຶ່ງ ອຸນຫະພູມໃນລະຫວ່າງ 25-39 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ ອາກາດເຢັນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຊຶ່ງອຸນຫະພູມໃນລະຫວ່າງ 19-30 ອົງສາ.

Related Articles

Leave a Reply