ຄະນະສະເພາະກິດ ຖະແຫຼງຂ່າວໃຫ້ຊາບໃນຕອນບ່າຍມື້ນີ້ ວ່າ ມີ 2 ຄົນ ທີ່ປີ່ນປົວພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບ ໄດ້ອອກໂຮງໝໍ ພາຍຫຼັງໄດ້ເກັບຕົວຢ່າງມາກວດວິເຄາະຢັ້ງຢືນແລ້ວບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ ພາຍໃນ 24 ຊົ່ວໂມງ ຈຶ່ງໄດ້ອະນຸຍາດໃຫ້ອອກໂຮງໝໍໄປຈໍາກັດບໍລິເວນຕິດຕາມອາການຕົນເອງຢູ່ເຮືອນຕື່ມອີກ 14 ວັນ.
ຜູ້ທີ 1 ທີ່ໄດ້ອອກໂຮງໝໍໃນມື້ນີ້ ແມ່ນເພດຍິງ (ກໍລະນີທີ 2) ເຂົ້າຮັບການປີ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 24 ມີນາ 2020 ໃຊ້ເວລາປີ່ນປົວ 38 ວັນ ແລະ ຜູ້ທີ 2 ແມ່ນເພດຊາຍ (ກໍລະນີທີ 13) ເຂົ້າໂຮງໝໍ ໃນວັນທີ 6 ເດືອນເມສາ 2020 ໃຊ້ເວລາປີ່ນປົວ 26 ວັນ. ພາຍຫຼັງໄປຕິດຕາມອາການຕົນເອງຢູ່ເຮືອນ ຄົບ 14 ວັນແລ້ວ ແມ່ນຈະໄດ້ກັບມາກວດ ວິເຄາະຫາເຊື້ອໂຄວິດ-19 ອີກຄັ້ງໜຶ່ງ ກ່ອນຈະໄດ້ໃຊ້ຊິວິດປົກກະຕິໃນສັງຄົມໄດ້.
ໃນໂອກາດດຽວກັນນີ້ ຄະນະສະເພາະກິດ ກໍ່ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ມີ 1 ຄົນ ຄື ຜູ້ຕິດເຊື້ອກໍລະນີທີ 14 ທີ່ເຂົ້າຮັບປີ່ນປົວຢູ່ໂຮງໝໍ ມິດຕະພາບ ໃນວັນທີ 7 ເມສາ 2020 ແລະ ໄດ້ອອກໂຮງໝໍໄປຈໍາກັດບໍລິເວນຕິດຕາມອາການຕົນເອງຢູ່ເຮືອນ ໃນວັນທີ 16 ເມສາ 2020 ຈົນຄົບ 14 ວັນ ແລ້ວກັບມາກວດຄືນ ເຫັນວ່າພົບເຊື້ອ ຈຶ່ງໄດ້ເອົາເຂົ້ານອນຕິດຕາມອາການຢູ່ໂຮງໝໍຕື່ມອີກ.
ຂ່າວ: ວຽງຈັນທາຍ