ມື້ນີ້ Facebook ເປີດໂຕຟີເຈີ້ໃໝ່ຫຼ້າສຸດໃຫ້ຜູ້ໃຊ້ງານໄດ້ສະແດງຄວາມຮູ້ສຶກເທິງ Messenger ໄດ້ມ່ວນຍິ່ງຂຶ້ນຜ່ານ Soundmojis ຫຼື ອິໂມຈິແບບມີສຽງ ໂດຍເປັນສ່ວນໜຶ່ງຂອງການລົງທຶນໃນຟີເຈີ້ມ່ວນໆ ທີ່ທັນສະໄໝເພື່ອຊ່ວຍໃຫ້ຜູ້ຄົນສາມາດເຊື່ອມຕໍ່ກັນ ແລະ ມີອິດສະຫຼະໃນການສະແດງອອກເຖິງໂຕຕົນໃນຖານະທີ່ເປັນອິໂມຈິຮຸ່ນໃໝ່ Soundmojis ນີ້ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດສົ່ງຄິບສຽງສັ້ນໆໃນແຊັດເທິງ Messenger ໄດ້ ໂດຍມີຕັ້ງແຕ່ສຽງຕົບມືແລະ ສຽງຈິ່ຫຼໍ່.
ສຽງຕີກອງ, ສຽງຫົວຂອງຜີສາດ, ຄິບສຽງແຕ່ລະຄິບຈະມາພ້ອມກັບອິໂມຈິທີ່ສະທ້ອນສຽງນັ້ນໆ ເພື່ອຍັງຄົງເກັບການສົ່ງຕໍ່ຄວາມຮູ້ສຶກດ້ວຍພາບແບບທີ່ທຸກຄົນຮັກ ແຕ່ມີການເພີ່ມສຽງເຂົ້າໄປພ້ອມ.
ການເປີດໂຕດັ່ງກ່າວນີ້ ເກີດຂຶ້ນໃນໄລຍະດຽວກັບວັນສະເຫຼີມສະຫຼອງອິໂມຈິສາກົນ ຫຼື World Emoji Day ເຊິ່ງກົງກັບວັນທີ 17 ກໍລະກົດ ຂອງທຸກໆປີ ຊຶ່ງໃນຊ່ວງເວລານີ້ເປັນເຫດການທີ່ສຳຄັນໂດຍ Facebook ເຜີຍວ່າ ມີຂໍ້ຄວາມຈຳນວນກວ່າ 2.400 ລ້ານຂໍ້ຄວາມທົ່ວໂລກຖືກສົ່ງພ້ອມໆກັນ ກັບອິໂມຈິເທິງ Messenger ໃນແຕ່ລະວັນ ແລະ ໂດຍໃນໄລຍະ 3 ເດືອນ ທີ່ຜ່ານມາ ຄວາມນິຍົມການໃຊ້ງານທົ່ວໂລກສະແດງໃຫ້ເຫັນວ່າຜູ້ຍິງຈະສົ່ງຂໍ້ຄວາມທີ່ມີອິໂມຈິຫຼາຍກວ່າຜູ້ຊາຍ.
ອິໂມຈິນັ້ນ ໄດ້ຊ່ວຍເພີ່ມສີສັນໃຫ້ກັບການແຊັດເທິງ Messenger ແລະ ທຸກຄົນກໍໃຊ້ອິໂມຈິ ໃນການສົ່ງຕໍ່ຄວາມຮູ້ສຶກ ທີ່ບໍ່ສາມາດໃຊ້ຄໍາເວົ້າໄດ້.
ລອງໃຊ້ຟີເຈີ້ Soundmojis ຫຼ້າສຸດນີ້ໄດ້ງ່າຍໆ ພຽງເປີດແອັບ Messenger ແລ້ວເລີ່ມແຊັດ ຈາກນັ້ນແຕະທີ່ຮູບໜ້າຍິ້ມ ເພື່ອເປີດເມນູການສົ່ງຮູບພາບແທນຄວາມຮູ້ສຶກຂຶ້ນມາ ແຕະທີ່ປຸ່ມລຳໂພງ ພຽງເທົ່ານີ້ທ່ານກໍຈະສາມາດເລືອກເບິ່ງແລະສົ່ງ Soundmojis ທີ່ມັກໄດ້.
