Vientiane Times Lao
ຢາສູບ ເຮັດໃຫ້ຄົນລາວເສຍຊີວິດ 6.700 ຄົນຕໍ່ປີ

ຢາສູບ ເຮັດໃຫ້ຄົນລາວເສຍຊີວິດ 6.700 ຄົນຕໍ່ປີ

ຢາສູບ ເຮັດໃຫ້ຄົນລາວເສຍຊີວິດ 6.700 ຄົນຕໍ່ປີ ຫຼື 18 ຄົນຕໍ່ມື້ ຊຶ່ງກວມເອົາ 15% ຂອງການຕາຍທັງໝົດໃນ ສປປ ລາວ, ຊຶ່ງຕົວເລກດັ່ງກ່າວ ແມ່ນຖຶກລາຍງານໃນພິທີຖະແຫຼງຂ່າວວັນທີ 17 ພຶດສະພາ 2024 ຜ່ານມານີ້ ກ່ຽວກັບຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບ, ໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ໃນໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ຕໍ່ກັບສາເຫດຂອງການຕາຍ ເກີດຈາກການສູບຢາ ແມ່ນສາມາດປ້ອງກັນໄດ້ ຖ້າມີມາດຕະການຄວບຄຸມຢາສູບຢ່າງມີປະສິດທິພາບ ເປັນຕົ້ນ ການເພີ່ມອາກອນຢາສູບ, ການຫ້າມໂຄສະນາຢາສູບທຸກຮູບແບບ, ການຈັດໃຫ້ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະ ປອດຈາກຄວັນຢາສູບ, ການໃຫ້ຄວາມຮູ້ແກ່ສັງຄົມກ່ຽວກັບ ຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ແລະ ການພິມຄໍາເຕືອນກ່ຽວກັບສຸຂະພາບ ເປັນຮູບພາບຂະໜາດໃຫຍ່ໃສ່ຊອງ ແລະ ຕຸດຢາສູບ

ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍຮ້າຍແຮງ, ການພິການ ແລະ ການຕາຍກ່ອນໄວອັນຄວນ, ຜູ້ເປັນພະຍາດທີ່ເກີດຈາກຢາສູບ ລ້ວນແຕ່ມີຄ່າໃຊ້ຈ່າຍສູງຫຼາຍ ຈາກການຄິດໄລ່ຄ່າໃຊ້ຈ່າຍ ທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດ ໃນແຕ່ລະປີ ສູງເຖິງ 3,6 ພັນຕື້ກີບ ຫຼື ປະມານ 2.3% ຂອງ GDP.

Related Articles

Leave a Reply