Vientiane Times Lao
ລະບົບການສື່ສານທາງລົດໄຟ ແລະ ລະບົບຄວບຄຸມທາງລົດໄຟລາວ-ຈີນແມ່ນລະ ບົບດຽວກັນກັບທີ່ຢູ່ປະເທດຈີນ

ລະບົບການສື່ສານທາງລົດໄຟ ແລະ ລະບົບຄວບຄຸມທາງລົດໄຟລາວ-ຈີນແມ່ນລະ ບົບດຽວກັນກັບທີ່ຢູ່ປະເທດຈີນ

ວິສະວະກອນຈີນດ້ານສື່ສານສັນຍານການບໍລິການທາງລົດໄຟລາວ-ຈີນ ຢືນຢັນວ່າ: ລະບົບການສື່ສານທາງລົດໄຟທີ່ນຳໃຊ້ໃນໂຄງການລົດໄຟລາວ-ຈີນ ເປັນລະບົບສັນຍານຄຸນນະພາບສູງເພື່ອຄວບຄຸມການໃຊ້ງານ ແລະ ຄວາມປອດໄພຊຶ່ງເປັນລະບົບດຽວກັນທີ່ໃຊ້ຢູ່ປະເທດຈີນ.

ທ່ານຖາງເວິນສີ ວິສະວະກອນໃຫຍ່ດ້ານສື່ສານສັນຍານການບໍລິການທາງ ລົດໄຟລາວ-ຈີນໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ເມື່ອມໍ່ມານີ້ໃນລະຫວ່າງການຢ້ຽມຢາມສະຖານີລົດໄຟວ່າ: ປະຈຸ​ບັນນີ້, ບໍລິສັດ​ຂອງ​ພວກ​ເຮົາໄດ້​ສຳ​ເລັດ​ໃນ​ການ​ສ້າງ​ລະບົບ​ຄົມມະນາຄົມ​ທາງ​ລົດ​ໄຟ ຊຶ່ງ​ເປັນ​ຫົວ​ໃຈ​ຂອງ​ການ​ຄວບ​ຄຸມ​ການ​ແລ່ນ​ລົດ​ໄຟ​ໂດຍ​ເຄືອ​ຂ່າຍ​ສື່ສານ ​ແລະ ​ສາຍ​ໄຟ​ເບີ​ໃຍ​ແສງ​ເພື່ອ​ສົ່ງ​ຂໍ້​ມູນ​ດິຈິ​ຕອນ. ລະບົບການສື່ສານທາງລົດໄຟແມ່ນໄດ້ສ້າງເຄືອຂ່າຍການສື່ສານ ແລະ ສາຍໄຍແກ້ວເພື່ອຮັບສົ່ງຂໍ້ມູນຕົວເລກ ເຊິ່ງເຮັດໃຫ້ພະນັກງານຄວບຄຸມບັນຊາ ສາມາດຮັບຮູ້ເຖິງສະພາບການແລ່ນລົດ, ຕໍາແໜ່ງ ແລະ ສະຖານະການແລ່ນລົດຂອງຂະບວນລົດໄຟໄດ້ຕະຫຼອດເວລາ ເຊັ່ນ: ຄວາມໄວໃນການແລ່ນລົດ, ຕໍາແໜ່ງ ແລະ ໄລຍະຫ່າງ ລະຫວ່າງຂະບວນທາງຫຼັງ ແລະ ທາງໜ້າ. ບົດບາດຕົ້ນຕໍຂອງລະບົບສັນຍານແມ່ນສັ່ງການປະຕິບັດງານ ແລະ ປ້ອງກັນຄວາມປອດໄພໃນການປະຕິບັດໜ້າທີ່ຂອງລົດໄຟ, ສ່ວນອຸປະກອນອື່ນໆຂອງລະບົບສັນຍານ ບໍລິສັດໄດ້ນໍາໃຊ້ຍີ່ຫໍ້ທີ່ມີຊື່ສຽງ ແລະ ນໍາໃຊ້ສະເພາະໃນທາງລົດໄຟຄວາມໄວສູງພາຍໃນປະເທດຈີນ, ສໍາລັບອຸປະກອນ ແລະ ສາຍເຄເບິ້ນທັງໝົດທີ່ເຊື່ອມຕໍ່ຕາມເສັ້ນທາງລົດໄຟ ມີທັງໝົດ 700 ຈຸດ, ຖ້າຫາກມີການເຊື່ອມຕໍ່ຜິດພາດພຽງຈຸດດຽວ ກໍສາມາດເຮັດໃຫ້ເກີດອຸບັດເຫດຢ່າງຮຸນແຮງໄດ້.

ທ່ານຖາງເວິນສີ ໃຫ້ຮູ້ຕື່ມວ່າ: ເນື່ອງຈາກປະລິມານຂອງໜ້າວຽກມີຂະໜາດໃຫຍ່ ຈໍາເປັນໄດ້ສັງລວມນໍາໃຊ້ເຕັກໂນໂລຊີ BIM ເຊິ່ງໄດ້ນໍາເອົາສາຍເຄເບິ້ນທັງໝົດຕິດຕັ້ງຕາມແຜນທີ່ໄດ້ອອກແບບຕົວຈິງ ເພື່ອໃຫ້ການເຊື່ອມຕໍ່ຢ່າງຖືກຕ້ອງ ແລະ ຊັດເຈນເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງແຕ່ລະພາກສ່ວນຕາມສາຍທາງລົດໄຟໄດ້ດໍາເນີນໄປຢ່າງສະດວກ ບໍລິສັດໄດ້ຝຶກອົບຮົມໃຫ້ວິຊາການດ້ານຕ່າງໆໂດຍຮູ້ທຸກຂອດການນໍາໃຊ້ເພື່ອຮັກສາຄວາມປອດໄພໃນເວລາທີ່ລົດໄຟແລ່ນ ແລະ ອື່ນໆ.

ຂ່າວ: ເພັດໂພໄຊ

Related Articles

Leave a Reply