ປົກກະຕິແລ້ວ ການຊື້ສິນຄ້າໂດຍມີຂອງແຖມ ຖືວ່າດີ ທັງເປັນການຄືນກໍາໄລໃຫ້ແກ່ລູກຄ້າ ແຕ່ຂອງແຖມບາງຢ່າງພັດເປັນການເຮັດໃຫ້ລູກຄ້າບໍ່ພໍໃຈ ທັງເປັນການເອົາປຽບລູກຄ້າ.
ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຢູ່ຕາມຕະຫຼາດຫຼາຍແຫ່ງຍັງເປັນບັນຫາທີ່ແກ້ໄຂບໍ່ຕົກ ໂດຍສະເພາະເກີດຈາກບັນດາແມ່ຄ້າ-ພໍ່ຄ້າຢູ່ຮ້ານ ຂາຍຊີ້ນ, ປາ, ກົບ, ພືດຜັກ ແລະ ອື່ນໆ, ຊຶ່ງມີຫຼາຍວິທີ ທີ່ບັນດາຜູ້ຂາຍ (ແຕ່ບໍ່ໝົດທຸກຄົນ) ເຮັດເພື່ອເອົາປຽບລູກຄ້າ ໂດຍສະເພາະແມ່ນການໂກງຕາຊິງ, ການຢັດຫິນ, ຢັດກົ່ວ ໃສ່ໃນທ້ອງປາ ແລະ ທ້ອງກົບເພື່ອເພີ່ມນໍ້າໜັກ.
ນາງສຸດາ ປະຊາຊົນ ບ້ານໂນນຫວາຍ ແມ່ນຜູ້ໜຶ່ງທີ່ໄດ້ໄປຊື້ກົບຢູ່ຕະຫຼາດຫົວຂົວ ລວມ 7 ກິໂລເເຕ່ເມື່ອຊື້ແລ້ວ ເວລາມາຄົວກົບເພື່ອຈະປຸງແຕ່ງອາຫານພັດພົບ ເຫັນກ້ອນຫິນຈໍານວນຫຼາຍກ້ອນຢູ່ໃນທ້ອງຂອງກົບ ເມື່ອກັບໄປຖາມແມ່ຄ້າກໍ່ປະຕິເສດວ່າບໍ່ໄດ້ເຮັດ.
ເຫດການຄ້າຍຄືກັນນີ້ ກໍ່ໄດ້ເກີດຂຶ້ນກັບນາງນຸ່ນ ປະຊາຊົນ ບ້ານທາດຫຼວງເຊັ່ນກັນ ໂດຍທີ່ລາວໄດ້ໄປທ່ຽວກັບຄອບຄົວຢູ່ບັນດາແຂວງພາກໃຕ້, ໃນລະຫວ່າງທາງລາວໄດ້ແວ່ຊື້ປານໍ້າຂອງເພື່ອຈະ ເອົາມາກ້ອຍຢູ່ບ້ານ ແຕ່ປະກົດວ່າເມື່ອເວລາມາຄົວ ພັດມີກົ່ວຢູ່ໃນທ້ອງເປັນຈໍານວນຫຼາຍ.
ຂ່າວ: ວຽງຈັນທາຍ
ພາບປະກອບ