ເກີດເຫດຟ້າຜ່າ ຄົນ ເສຍຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ (ເພດຍິງທັງໝົດ) ທີ່ບ້ານພູກໍ່ ເມືອງງາ ແຂວງອຸດົມໄຊໃນວັນທີ 9 ພຶດສະພາ 2025 ທີ່ຜ່ານມາ ເວລາປະມານ 14:10 ນາທີ.
ທ່ານ ເລົາແສງ ຮອງນາຍບ້ານ ພູກໍ່ ໄດ້ລາຍງານກ່ຽວກັບເຫດການດັ່ງກ່າວວ່າ: ຜູ້ຖືກຟ້າຜ່າເສຍຊີວິດ ຊື່ນາງ ຢາ ອາຍຸ 40 ປີ ສ່ວນຜູ້ໄດ້ຮັບບາດເຈັບ ຊື່ນາງ ເກຍ, ນາງ ໃບ ແລະ ເດັກອາຍຸ ປະມານ 9 ເດືອນ.
ຜູ້ໄດ້ຮັບບາດເຈັບໄດ້ກ່າວວ່າ: ເວລາ ປະມານ 2 ໂມງ ເກີດມີຝົນຕົກໜັກ ແລະ ມີລົມແຮງ, ນາງ ຢາ ເຈົ້າຂອງເຮືອນໄດ້ອູ້ມລູກຢູ່ໃນເຮືອນ, ໃນຂະນະນັ້ນ ນາງ ເກຍ ແລະ ນາງ ໃບ ໄດ້ໄປເກັບຜັກມາຮອດເຮືອນນາງຢາ ທັງສອງຈຶ່ງໄດ້ເຂົ້າໄປລີ້ຝົນຢູ່ໃນເຮືອນດັ່ງກ່າວ, ຕໍ່ມາປະມານ 10 ກວ່ານາທີ ກໍ່ເກີດຟ້າຜ່າ, ເຮັດໃຫ້ນາງຢາ ເສຍຊີວິດ.
ແຫຼ່ງຂໍ້ມູນຂ່າວ: ເມືອງງາ ແຂວງອຸດົມໄຊ