ບັນຫາລົດເຖື່ອນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ຢູ່ທ້ອງຖິ່ນອື່ນໆແມ່ນໜຶ່ງໃນຫຼາຍບັນຫາທີ່ສົ່ງຜົນກະທົບຕໍ່ດ້ານເສດຖະກິດ- ການເງິນຊຶ່ງລັດຖະບານຈະເລັ່ງແກ້ໄຂໃນປີນີ້.
ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກ ລັດຖະມົນຕີ, ທັງເປັນໂຄສົກລັດຖະບານ ໄດ້ຖະແຫຼງໃນໂອກາດສຳເລັດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ລັດຖະບານຈະເລັ່ງແກ້ໄຂບັນຫາລົດເຖື່ອນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ສຳເລັດ ພາຍໃນ 6 ເດືອນຕົ້ນປີ 2025. ສໍາລັບ ລົດເຖື່ອນ ຢູ່ທ້ອງຖິ່ນອື່ນໆ ໃຫ້ສືບຕໍ່ແກ້ໄຂ ຢ່າງເດັດຂາດ ແລະ ເຂັ້ມງວດ. ພ້ອມກັນນັ້ນ ໃຫ້ກະຊວງການເງິນ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັນ ຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດດຳລັດຂອງລັດຖະບານ ເລກທີ 599 (ລົດລັດ) ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.