Vientiane Times Lao
ລັດຖະບານຈະໃຫ້ການຊ່ວຍເຫຼືອດ້ານເບ້ຍລ້ຽງນັກສຶກສາລາວທີ່ຍັງຢູ່ເມືອງອູຮັນ

ລັດຖະບານຈະໃຫ້ການຊ່ວຍເຫຼືອດ້ານເບ້ຍລ້ຽງນັກສຶກສາລາວທີ່ຍັງຢູ່ເມືອງອູຮັນ

ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໃນວັນທີ 6 ມີນາ ທີ່ຜ່ານມາໄດ້ນໍາສະເໜີລັດຖະບານ ເພື່ອໃຫ້ການຊ່ວຍເຫຼືອແບ່ງເບົາພາລະຂອງນັກສຶກສາ 43 ຄົນ ທີ່ຕິດຄ້າງຢູ່ເມືອງອູຮັນ.

ຕາມແຜນແມ່ນຈະໃຫ້ 200 ໂດລາສະຫະລັດ ຕໍ່ຄົນຕໍ່ເດືອນ ໃນໄລຍະເດືອນມີນາ ແລະ ເດືອນເມສາ 2020 ເຊີ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ຮັບການຢືນຢັນໃນການຖະແຫຼງຂ່າວຮ່ວມລະຫວ່າງກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 10 ມີນາ ທີ່ຜ່ານມາ.  

ໃນຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຊ່ວຍເຫຼືອໂດຍກົງໃຫ້ນັກສຶກສາ ຈໍານວນ 15 ລ້ານກີບ ແລະ ຜ່ານສະມາຄົມມິດຕະພາບ ລາວ-ຈີນ 5 ລ້ານກີບ ແລະ ກະຊວງການຕ່າງປະເທດ ໄດ້ຊີ້ນໍາໃຫ້ສະຖານກົງສູນໃຫຍ່ ສປປ ລາວ ທີ່ເມືອງຊາງຊາ ໃຫ້ການຊ່ວຍເຫຼືອ ລວມເປັນເງິນ 40.000 ຢວນ ພ້ອມດ້ວຍໃຫ້ຄໍາປຶກສາ ແນະນໍາເປັນປົກກະຕິ ຕໍ່ນັກສຶກສາລາວ.

ເຖິງຢ່າງໃດກໍ່ຕາມ ເນື່ອງຈາກ ເມືອງອູຮັນ ເປັນສູນກາງຂອງການລະບາດເຊື້ອຈຸລະໂລກສາຍພັນໃໝ່ 2019 ມາດຕະການຕ່າງໆຂ້ອນຂ້າງເຄັ່ງຄັດ ການເຂົ້າອອກຫໍພັກ, ການຊື້ອາຫານການກິນ, ອາຫານບາງຢ່າງກໍ່ຂາດຕະຫຼາດ, ການເດີນທາງໄປ-ມາພົບຄວາມຫຍຸ້ງຍາກ ລວມທັງການເຂົ້າໄປໃນເຂດທີ່ພັກອາໄສຂອງນັກສຶກສາຂອງພະນັກງານສະຖານທູດກໍ່ພົບຄວາມຫຍຸ້ງຍາກບໍ່ສາມາດເຂົ້າໄປໄດ້.  

ທາງຝ່າຍຈີນໄດ້ເອົາໃຈໃສ່ຊ່ວຍເຫຼືອນັກສຶກສາລາວ ແລະ ຊາດອື່ນໆ ທີ່ຍັງຢູ່ເມືອງອູຮັນ ແລະ ບັນດາແຂວງອື່ນໆ ດ້ວຍຄວາມຮັບຜິດຊອບສູງ.

ປະຈຸບັນ ຈໍານວນນັກສຶກສາລາວ ນອກຈາກ 43 ຄົນ ທີ່ຕິດຄ້າງຢູ່ ເມືອງອູຮັນ ແລ້ວ ກໍ່ຍັງມີຢູ່ ແຂວງອື່ນໆ ໃນ ສປ ຈີນ ຕື່ມອີກ 87 ຄົນ. ສໍາລັບນັກສຶກສາທີ່ຢູ່ເມືອງອື່ນໆແມ່ນບໍ່ໄດ້ຖືກຈໍາກັດການໄປມາຄືກັບນັກສຶກສາຢູ່ ເມືອງອູຮັນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply