Vientiane Times Lao
ລັດຖະບານສັ່ງໃຫ້ເອົາໃຈໃສ່ແກ້ໄຂໄພນ້ຳຖ້ວມ ຢ່າງຮອບດ້ານ ແລະ ທັນການ

ລັດຖະບານສັ່ງໃຫ້ເອົາໃຈໃສ່ແກ້ໄຂໄພນ້ຳຖ້ວມ ຢ່າງຮອບດ້ານ ແລະ ທັນການ

ສຳນັກງານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ທຸກກະຊວງທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນໃຫ້ສຸມທຸກເຫື່ອແຮງໃນການແກ້ໄຂໄພພິບັດນ້ຳຖ້ວມ ເນື່ອງຈາກວ່າລະດັບນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆມີທ່າອ່ຽງຈະສືບຕໍ່ສູງຂຶ້ນຕື່ມອີກ.
ເນື່ອງຈາກວ່າໃນໄລຍະນີ້ ໄດ້ເກີດມີສະພາບຝົນຕົກໜັກໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ບັນດາແຂວງພາກໃຕ້ ເຮັດໃຫ້ລະດັບນໍ້າຂອງ ແລະ ບັນດາແມ່ນ້ໍາສາຂາຢູ່ເຂດພາກໃຕ້ ໄດ້ຂຶ້ນກາຍເຂດອັນຕະລາຍແລ້ວ ແລະ ມີທ່າອ່ຽງຈະສືບຕໍ່ສູງຂຶ້ນຕື່ມອີກ.
ສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການຊີ້ນຳຢູ່ກອງປະຊຸມລັດຖະບານໃນຕອນບ່າຍຂອງມື້ນີ້ 04/09/2019 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຕ່າງໆໃນທົ່ວປະເທດ ມີມາດຕະການໃນການແກ້ໄຂໄພນ້ຳຖ້ວມ ທີ່ເກີດຂຶ້ນ ຢ່າງຮອບດ້ານ ແລະ ທັນການ, ພ້ອມທັງອອກແຈ້ງເຕືອນ ປະຊາຊົນ ແລະ ການຈັດຕັ້ງທ້ອງຖິ່ນໃຫ້ມີສະຕິ ເປັນເຈົ້າການໃນການເກັບມ້ຽນວັດຖຸສິ່ງຂອງ, ສັດລ້ຽງໃຫ້ປອດໄພ ແລະ ມີຜົນກະທົບໜ້ອຍທີ່ສຸດ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສົມທົບກັບກອງກໍາລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບທ້ອງຖິ່ນ ແລະ ພາກສ່ວນທີ່ກຽວຂ້ອງ ລົງໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້ ໂດຍສະເພາະ ບັນດາແຂວງພາກໃຕ້.
ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສົມທົບກັບບັນດາແຂວງ ຕິດຕາມ ແລະ ແກ້ໄຂສະພາບເສັ້ນທາງເປເພຍ້ອນຜົນກະທົບດັ່ງກ່າວ ໃຫ້ທັນການ, ບໍ່ໃຫ້ການສັນຈອນຖືກຕັດຂາດ.
ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ໃຫ້ເປັນເຈົ້າການຕິດຕາມ ແລະ ເຝົ້າລະວັງສະພາບການປຽ່ນແປງດິນຟ້າອາກາດຢ່າງເປັນປົກກະຕິ ແລະ ໃຫ້ມີການອອກແຈ້ງເຕືອນ ແລະ ແນະນຳປະຊາຊົນ ໃນຂົງເຂດທີ່ມີຄວາມສຽ່ງ.
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ກະກຽມສະຫນັບສະຫນູນຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ແນວພັນ ເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ສາມາດຟື້ນຟູການຜະລິດ ແລະ ດຳລົງຊີວິດເປັນປົກກະຕິ.
ກະຊວງພະລັງງານ ແລະ ບໍ່ແຮ ໃຫ້ຊີ້ນໍາບັນດາເຂື່ອນໄຟຟ້າ ໃຫ້ເປັນເຈົ້າການຕິດຕາມລະດັບນໍ້າ ແລະ ບໍລິຫານຈັດການນ້ຳໃນອ່າງ ຂອງບັນດາເຂື່ອນຕ່າງໆ ແຕ່ຫົວທີ ເພື່ອຮັບປະກັນການປ່ອຍນ້ຳ ບໍ່ໃຫ້ສົ່ງຜົນກະທົບ ຕໍ່ປະຊາຊົນ.
ຂ່າວ: ສຸກນີລັນດອນ
ພາບ: Somsy Somsy

Related Articles

Leave a Reply