ວັນທີ 20 ມັງກອນນີ້, ທ່ານນາງຈັນເນດ ເຢເລນ, ລັດຖະມົນຕີກະຊວງການເງິນ ຂອງອາເມຣິກາກ່າວເຕືອນວ່າ: ທຸກການກະທຳທີ່ບໍ່ໄຊ້ ໜີ້ລ້ວນແຕ່ເປັນການຝ່າຝືນສັນຍາ, ຖ້າວ່າລັດຖະບານສະຫະລັດ ອາເມຣິກາ ບໍ່ສາມາດໄຊ້ໜີ້ໄດ້ຈະເຮັດໃຫ້ເສດຖະກິດອາເມຣິກາຊຸດໂຊມລົງ ແລະ ເກີດມີຜົນຮ້າຍຢ້ອນຫຼັງຢ່າງກວ້າງຂວາງ.
ທ່ານນາງຍັງກ່າວຕື່ມວ່າ: ການຝ່າຝືນສັນຍາໜີ້ສິນຍັງຈະເຮັດໃຫ້ການປະເມີນລະດັບໜີ້ສິນອະທິປະໄຕ ຂອງອາເມຣິກາຫຼຸດລົງ, ເຮັດໃຫ້ຖານະຂອງເງິນໂດລາສະຫະລັດ ທີ່ເປັນເງິນຕາສຳຮອງທົ່ວໂລກອ່ອນລົງ ແລະ ອາດຈະພາໃຫ້ເກີດ “ວິກິດການດ້ານການເງິນທົ່ວໂລກຄັ້ງໜຶ່ງ”.
ຄວາມເວົ້າດັ່ງກ່າວຂອງທ່ານນາງຈັນເນດ ເຢເລນ ແມ່ນແນໃສ່ຂໍ້ສະເໜີຂອງ ສະມາຊິກສະພາຕ່ຳທີ່ຂຶ້ນກັບພັກຣີພັບລີກັນຈຳນວນໜຶ່ງກ່ຽວກັບການໄຊ້ໜີ້ຈຳນວນໜຶ່ງເປັນບູລິມະສິດເພື່ອຜ່ອນຄາຍສະພາບການທີ່ທຶນກະຊວງການເງິນໃກ້ຈະໃຊ້ໝົດ. ສະມາຊິກສະພາ ເຫັນວ່າ, ພາຍຫຼັງໄດ້ບັນລຸລະດັບສູງສຸດດ້ານໜີ້ສິນໃນວັນທີ 19 ມັງກອນທີ່ຜ່ານມານີ້ແລ້ວ, ກະຊວງການເງິນ ອາເມຣິກາສາມາດພິຈາລະນາໃຫ້ຈ່າຍດອກເບ້ຍຂອງໜີ້ສິນແຫ່ງຊາດອາເມຣິກາເປັນບູລິມະສິດເພື່ອຫຼຸດຄວາມເສຍຫາຍຕໍ່ຕະຫຼາດການທະນາຄານໃຫ້ໜ້ອຍລົງ.
ຂ່າວ: CRI-FM93