Vientiane Times Lao
ລັດຖະບານໄທ ເຫັນດີໃຫ້ແຮງງານລາວ, ກໍາປູເຈຍ ແລະ ມຽນມາ ສືບຕໍ່ເຮັດວຽກໃນປະເທດເປັນກໍລະນີພິເສດ

ລັດຖະບານໄທ ເຫັນດີໃຫ້ແຮງງານລາວ, ກໍາປູເຈຍ ແລະ ມຽນມາ ສືບຕໍ່ເຮັດວຽກໃນປະເທດເປັນກໍລະນີພິເສດ

ສະຖານເອກອັກຄະລັດຖະທູດ ສປປລາວປະຈໍາຢູ່ນະຄອນຫຼວງບາງກອກ ປະເທດໄທໄດ້ແຈ້ງເຖິງກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເມື່ອມໍ່ໆມານີ້ ກ່ຽວກັບ ລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ລາວ, ກໍາປູເຈຍ ແລະ ມຽນມາ ທີ່ຍັງບໍ່ໄດ້ກັບຄືນມາປະເທດຕົນສາມາດສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິ ເສດຕາມມະຕິຂອງ ຄຣມ.

ໃນແຈ້ງການຂອງສະຖານເອກອັກຄະລັດຖະທູດ ໄດ້ລະບຸໄວ້ວ່າ: ເລີ່ມແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ, ລັດ ຖະບານຂອງໄທ ໄດ້ປະກາດເປີດປະເທດຮັບເອົານັກທ່ອງທ່ຽວຈາກ 63 ປະເທດໃຫ້ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ ເພື່ອເລັ່ງການຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19, ຈາກການປະກາດດັ່ງກ່າວ ໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ກັບບາງກຸ່ມຄົນ ເປັນຕົ້ນ ບັນດາຜູ້ອອກ ແຮງງານຈາກປະເທດໃກ້ຄຽງເຂົ້າໃຈຜິດວ່າ ສາມາດເດີນທາງກັບເຂົ້າມາເຮັດວຽກຢູ່ໄທໄດ້ແລ້ວ, ເຊິ່ງໃນສອງອາທິດຜ່ານມາ ໄດ້ມີແຮງງານຈາກປະເທດມຽນມາ 342 ຄົນ ພາກັນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ຖືກເຈົ້າໜ້າທີ່ຂອງຝ່າຍໄທຈັບກຸມ, ປັບໄໜ ແລະ ສົ່ງຄືນປະເທດ, ກ່ອນການເດີນທາງແຮງງານກຸ່ມນີ້ຕ້ອງໄດ້ຈ່າຍເງິນປະມານ 25,000 ບາດ/ຄົນ ໃຫ້ກັບຂະບວນການນາຍໜ້າ ເພື່ອແລກກັບການອໍານວຍຄວາມສະດວກໃນການເດີນທາງ, ຕໍ່ກັບເຫດການແບບນີ້ຍັງບໍ່ທັນປະກົດເຫັນເກີດຂື້ນກັບແຮງງານລາວເຮົາເທື່ອ, ແຕ່ໃນອະນາຄົດອັນໃກ້ນີ້ ຄາດວ່າອາດຈະມີແຮງງານລາວຈຳນວນໜຶ່ງທີ່ຈະລັກລອບກັບເຂົ້າມາໄທແບບບໍ່ຖືກຕ້ອງ.

ໃນວັນທີ 5 ພະຈິກ 2021, ກະຊວງມະຫາດໄທ ໄດ້ອອກປະກາດຕາມມະຕິຂອງ ຄຣມ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ແຮງງານ ລາວ, ກຳປູເຈຍ ແລະ ມຽນມາ ສືບຕໍ່ຢູ່ເຮັດວຽກໃນປະເທດໄທເປັນກໍລະນີພິເສດ ເຖິງວ່າແຮງງານເຫຼົ່ານັ້ນ ຈະຢູ່ຢ່າງຖືກຕ້ອງ ຫຼື ບໍ່ຖືກຕ້ອງຕາມກົດໝາຍກໍຕາມ.

ຕໍ່ກັບນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານໄທ ອອກມານັ້ນ ເປັນວິທີການແກ້ໄຂບັນຫາການຂາດ ແຄນແຮງງານຕ່າງປະເທດ, ໃນປັດຈຸບັນ ຕະຫຼາດແຮງງານຂອງໄທ ຕ້ອງການນຳໃຊ້ແຮງງານຈາກ 3 ສັນຊາດ: ກຳປູເຈຍ, ມຽນມາ ແລະ ລາວ ປະມານ 4 ແສນກວ່າຄົນ ເພື່ອສະໜອງເຂົ້າໃນຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ ແລະ ປະເພດຕຳແໜ່ງງານທີ່ແຮງງານຄົນໄທມີໜ້ອຍ, ນອກນັ້ນ ການເປິດປະເທດຍັງເຮັດໃຫ້ຄວາມຕ້ອງການນຳໃຊ້ແຮງງານເພີ່ມຂື້ນ ແລະ ຈະສົ່ງຜົນໃຫ້ບັນຫາການຂາດແຄນແຮງງານເພີ່ມທະວີຄວາມຮຸນແຮງຂື້ນ. ສະນັ້ນ ເມື່ອຕະຫຼາດແຮງງານຂອງໄທ ມີຄວາມຕ້ອງການນຳເຂົ້າແຮງງານຕ່າງປະເທດຈຳນວນຫຼາຍ, ແນ່ນອນວ່າກຸ່ມຄົນບໍ່ຫວັງດີ, ນາຍໜ້າ ແລະ ຂະບວນການຕົວະຍົວະຫຼອກລວງເອົາແຮງງານຈາກປະເທດໃກ້ຄຽງເຂົ້າມາສະໜອງໃຫ້ຕະຫຼາດພາຍໃນປະເທດ ຈະນັບມື້ນັບມີຫຼາຍ ແລະ ຍາກທີ່ຈະສະກັດກັ້ນໄດ້, ສະຖານທູດ ຈຶ່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວເຮົາ ເພື່ອຮ່ວມກັນວາງແຜນ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ອາດຈະເກີດຂື້ນໃນອະນາຄົດອັນໃກ້.

ຂ່າວ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

Related Articles

Leave a Reply