ແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນກຸມພາ 2025, ລັດຖະບານ ຈະໄດ້ສືບຕໍ່ບຸກບືນຜ່ານຜ່າ ອຸປະສັກຕ່າງໆ ເພື່ອສຸມໃສ່ປະຕິບັດບັນດາໜ້າວຽກ ທີ່ໄດ້ກຳນົດໄວ້ໃນດຳລັດສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ກໍຄື ແຜນວຽກຈຸດສຸມລວມໝົດປີ 2024 ທີ່ໄດ້ກໍານົດໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ຕົ້ນຕໍ ແມ່ນສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ໃນນັ້ນ ຈະໄດ້ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸມຕົວຈິງ ຈຳນວນໜຶ່ງ ດັ່ງນີ້:

ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ.
ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມແຜນວຽກຈຸດສຸມ ຂອງຄະນະສະເພາະກິດ 19/ກມສພ ໂດຍສະເພາະ ມາດຕະການຊຸກຍູ້, ສົ່ງເສີມການຜະລິດສິນຄ້າທົດແທນການນຳເຂົ້າ ແລະ ການຜະລິດ ເພື່ອສົ່ງອອກ, ການຜະລິດລະດູແລ້ງ ໂດຍກະກຽມລະບົບສະໜອງນໍ້າໃຫ້ພື້ນທີ່ການຜະລິດ, ຝຸ່ນປຸ໋ຍ, ແນວພັນພືດ ຕ່າງໆໃຫ້ພຽງພໍ, ກຳນົດບັນຊີສິນຄ້າທີ່ຜະລິດໄດ້ພາຍໃນ ຈຳກັດການນຳເຂົ້າ, ສະກັດກັ້ນການຄ້ານອກລະບົບ, ສົ່ງເສີມ ທຶນຮອນເຂົ້າໃນການຜະລິດທີ່ມີໜໍ່ແໜງແລ້ວ ໃຫ້ເຕີບໃຫຍ່ຂະຫຍາຍຕົວໂດຍການຄົ້ນຄວ້າຫຼາຍແຫຼ່ງທຶນ ສຳລັບທຶນຊຸກຍູ້ສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ.
ສືບຕໍ່ສຸມໃສ່ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວ ໃຫ້ໄດ້ຄົບຖ້ວນ, ຄົ້ນຄວ້າສ້າງຖານລາຍຮັບໃໝ່ ທີ່ໝັ້ນຄົງ, ສຸມໃສ່ເກັບກູ້ໜີ້ສິນ ດ້ວຍຫຼາຍວິທີ ໃຫ້ມີຄວາມຄືບ ໜ້າ ແລະ ມີມາດຕະການລະອຽດ, ຮີບຮ້ອນຄົ້ນຄວ້າ ແລະ ແນະນໍາກ່ຽວກັບການນຳໃຊ້ເງິນເກີນແຜນ ປີ 2024 ເພື່ອເປັນບ່ອນອີງໃຫ້ພາກສ່ວນຕ່າງໆປະຕິບັດ.
ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ, ນຳໃຊ້ບໍ່ຖືກເປົ້າໝາຍ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດຂາດ, ເຂັ້ມງວດ ແລະ ໃຫ້ສຳເລັດໄວ, ພ້ອມທັງ ກວດເບິ່ງສາເຫດ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ໃຫ້ລະອຽດ.
ພ້ອມທັງ ສືບຕໍ່ເລັ່ງຊຸກຍູ້, ຕິດຕາມ ແລະ ກວດກາ ການປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃຫ້ສຳເລັດໄວກ່ອນລະດູຝົນ ເປັນຕົ້ນ ທາງຫຼວງແຫ່ງຊາດ ເລກທີ 12, ທາງເຂົ້າເຂດແຫຼ່ງທ່ອງທ່ຽວຕ່າງໆ; ສຸມໃສ່ປັບປຸງໂຄງລ່າງພື້ນຖານຂອງບັນດາແຫຼ່ງທ່ອງທ່ຽວ, ຂອດການບໍລິການທ່ອງທ່ຽວ, ຄວາມສະຫງົບປອດໄພ, ຄວາມເປັນລະບົບລະບຽບຮຽບຮ້ອຍ, ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮີບຮ້ອນສົມທົບ ກັບ ກະຊວງການຕ່າງປະເທດ, ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ແກ້ໄຂ ແລະ ອະທິບາຍໃຫ້ພາກສ່ວນກ່ຽວຂ້ອງເຂົ້າ ໃຈ ຕໍ່ກໍລະນີການເກີດອຸບັດເຫດ ຂອງນັກທ່ອງທ່ຽວ ຢູ່ແຂວງສາລະວັນ ແລະ ຄຳມ່ວນ.
ສືບຕໍ່ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຈາກບັນດາໂຄງການພັດທະນາແຮ່ທາດ ແລະ ໂຮງງານອຸດສາຫະ ກຳຕ່າງໆ, ສຸມໃສ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນບັນຫາມົນລະພິດທາງອາກາດແຕ່ຫົວທີ ໂດຍສະເພາະ ປ້ອງກັນບັນຫາການຈູດປ່າທຳການຜະລິດ ທີ່ຈະເກີດມີໄຟໄໝ້ລາມປ່າ ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບຂອງ ປະຊາຊົນ ກໍຄື ກະທົບຕໍ່ເສດຖະກິດ ແລະ ທຸລະກິດການທ່ອງທ່ຽວ.
ສືບຕໍ່ສຸມໃສ່ປະຕິບັດ ມະຕິ 09/ລບ,ໃນນີ້ ສືບຕໍ່ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຕໍ່ຄູ ແລະ ຄູອາສາສະໝັກ ຢູ່ເຂດຊົນນະບົດ, ເຂດຫ່າງໄກທຸລະກັນດານ; ສືບຕໍ່ປຸກລະດົມຂົນຂວາຍນັກຮຽນທີ່ປະລະການຮຽນໃຫ້ກັບມາເຂົ້າຮຽນ ດ້ວຍຫຼາຍຮູບການ ລວມທັງ ການສຶກ ສາອົບຮົມແນວຄິດພໍ່ແມ່ນັກຮຽນໃນຂົງເຂດຊົນນະບົດ ໃຫ້ຮັບຮູ້ເຂົ້າໃຈເຖິງຄວາມສຳຄັນຂອງການສຶກສາ ຕໍ່ອະນາ ຄົດຂອງລູກຫຼານ, ຮີບຮ້ອນຄົ້ນຄວ້າ ການເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາ ທີ່ຮຽນສາຍຄູໃຫ້ສູງຂຶ້ນ.
ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ, ກະກຽມໃຫ້ແກ່ການ ນຳພັກ-ລັດ ເດີນທາງໄປຢ້ຽມຢາມບັນດາປະເທດເພື່ອນມິດ, ເຂົ້າຮ່ວມບັນດາກອງປະຊຸມສາກົນ, ກະກຽມຕ້ອນ ຮັບການມາຢ້ຽມຢາມທາງການ ຢູ່ ສປປ ລາວ ຂອງຜູ້ນໍາປະເທດເພື່ອນມິດ ໃຫ້ມີຄວາມພ້ອມຮອບດ້ານ.
ແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນກຸມພາ 2025 ນີ້ ແມ່ນໄດ້ຖຶກສະເໜີຂຶ້ນໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2025 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ກຸມພາ 2025 ຜ່ານມານີ້ ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ຂ່າວຈາກ: ກົມປະຊາສຳພັນ ຫສນຍ.