ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດແຜນງານແຫ່ງຊາດເພື່ອປ້ອງກັນ ແລະ ລົບລ້າງການນໍາໃຊ້ແຮງງານ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສຳລັບໄວໜຸ່ມ ຂອງ ສປປ ລາວໄລຍະ 2021-2025 ທີ່ໄດ້ຈັດຂຶ້ນເມື່ອວັນທີ 24 ກຸມພາ 2021 ທີ່ນະຄອນຫຼວງວຽງຈັນ ຊຶ່ງຜູ້ເຂົ້າຮ່ວມໄດ້ປຶກສາຫາລືບັນດາກິດຈະກຳ ແລະ ໜ້າວຽກຕ່າງໆກຽ່ວກັບແຜນງານແຫ່ງຊາດເພື່ອປ້ອງກັນ ແລະ ລົບລ້າງການນໍາໃຊ້ແຮງງານ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສຳລັບໄວໜຸ່ມ ເພື່ອປັບປຸງໃຫ້ກາຍເປັນກິດຈະກໍາ ຫຼື ແຜນທີ່ດີກວ່າແຜນສະບັບປັດຈຸບັນ ຊຶ່ງລັດຖະບານ ລາວໄດ້ຖືເອົາວຽກງານການປ້ອງກັນ, ລົບລ້າງການນຳໃຊ້ແຮງງານເດັກ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສຳລັບໄວໜຸ່ມ ເປັນວຽກງານບູລິມະສິດທີ່ສໍາຄັນ.
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໄດ້ກ່າວເປີດກອງປະຊຸມດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ກອງປະຊຸມທີ່ມີຄວາມສຳຄັນໃນຄັ້ງນີ້ເປັນກອງປະຊຸມປຶກສາຫາລືຂອງຄະນະກຳມະການຮັບຜິດຊອບຈັດຕັ້ງປະຕິບັດ ແຜນງານແຫ່ງຊາດວ່າດ້ວຍ ການປ້ອງກັນ ແລະ ລົບລ້າງການນຳໃຊ້ແຮງງານເດັກ ແລະ ສົ່ງເສີມວຽກທີ່ມີຄຸນຄ່າ ສຳລັບໄວໜຸ່ມ ຂອງ ສປປ ລາວ, ການຈັດຕັ້ງປະຕິບັດເພື່ອນຳໄປສູ່ການບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງຂອງສາກົນ ແມ່ນວຽກຫນຶ່ງທີ່ລັດຖະບານ ສປປ ລາວ ຖືເປັນບູລິມະສິດໃນຜ່ານມາ ແລະ ໃຫ້ຄວາມສຳຄັນໃນຕໍ່ໜ້າ ຖືເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ໃນການກຳນົດແຜນເພື່ອບັນລຸໃຫ້ໄດ້ ເພື່ອສ້າງຄວາມໝັ້ນໃຈຕໍ່ສັງຄົມທັງພາຍໃນປະເທດ, ພາກພື້ນ ແລະ ສາກົນໄດ້ ວ່າຜູ້ອອກແຮງງານລາວໄດ້ຫຼຸດພົ້ນອອກຈາກສະພາບ ແລະ ເງື່ອນໄຂຂອງການຖືກບັງຄັບ, ການຖືກຄ້າຂາຍແຮງງານ ແລະ ໄວໜຸ່ມລາວບໍ່ຕົກເຂົ້າສູ່ການເປັນແຮງງານເດັກໄດ້ແບບຖາວອນ.
ຂ່າວ: ວຽງຈັນທາຍ


