ໃນຕອນບ່າຍຂອງວັນທີ 18 ເມສາ 2025 ທີ່ຜ່ານມານີ້ ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ພະນະທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີ ຄົນທີ 5 ແຫ່ງ ມາເລເຊຍ ໃນວັນທີ 14 ເມສາ 2025 ທີ່ຜ່ານມາ, ໂດຍມີເນື້ອໃນດັ່ງນີ້:
“ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນອົກເຫັນໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງພະນະທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີ ຄົນທີ 5 ແຫ່ງ ມາເລເຊຍ. ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ໂດຍສະເພາະຄອບຄົວ ແລະ ຍາດພີ່ນ້ອງ ຂອງ ພະນະທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ມານະໂອກາດນີ້ດ້ວຍ.”