Vientiane Times Lao
 ລັດຖະມົນຕີກະຊວງ ກະຊວງກະສິກໍາ ແລະ ປ່າໄມ້ ຊຸກຍູ້ພື້ນຖານການຜະລິດ ຢູ່ແຂວງຄຳມ່ວນ

 ລັດຖະມົນຕີກະຊວງ ກະຊວງກະສິກໍາ ແລະ ປ່າໄມ້ ຊຸກຍູ້ພື້ນຖານການຜະລິດ ຢູ່ແຂວງຄຳມ່ວນ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຕາງໜ້າກົມທີ່ກ່ຽວຂ້ອງ ມາຈາກຂັ້ນກະຊວງຕະຫຼອດເຖິງຂັ້ນແຂວງ, ຂັ້ນເມືອງ ໄດ້ລົງຢ້ຽມຢາມໂຄງການ ພັດທະນາຟາມລ້ຽງງົວ ເພື່ອເປັນ ສິນຄ້າສົ່ງອອກ ແລະ ໂຄງການຊົນລະກະເສດ ປະຕູນໍ້າປ່ອງ 01 ເພື່ອຕິດຕາມ ຊຸກຍູ້ພື້ນຖານ ການຜະລິດ ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ ໃນວັນທີ 10 ກໍລະກົດ 2024 ຜ່ານມານີ້, ໂດຍການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ ພ້ອມດ້ວຍຄະນະ.

ທ່ານ ໂຍມາ ອິນທະວົງ ຜູ້ອໍານວຍການບໍລິສັດ ຄໍາມ່ວນ ສົ່ງອອກ-ນຳເຂົ້າ ຈໍາກັດຜູ້ດຽວ ໄດ້ລາຍງານວ່າ: ໂຄງການພັດທະນາຟາມລ້ຽງງົວ ເພື່ອເປັນສິນຄ້າສົ່ງອອກ ໄດ້ເຊັນສັນຍາສໍາປະທານ ທີ່ດິນໃນເນື້ອທີ່ 600 ເຮັກຕາ ແຕ່ເດືອນກໍລະກົດ 2023 ຢູ່ເຂດບ້ານນາກະຕັງ ເມືອງຍົມມະລາດ, ເຊິ່ງພູມສັນຖານເໝາະສົມ ແກ່ການ ປູກຝັງ ແລະ ລ້ຽງສັດ ໂດຍກຸ່ມບໍລິສັດໄດ້ສະເໜີເຂົ້າມາພັດທະນາ ເພື່ອເປັນອຸດສາຫະກໍາລ້ຽງສັດ ໃນການສະໜອງສະບຽງອາຫານ ແກ່ສັງຄົມ ແລະ ເປັນສິນຄ້າສົ່ງອອກ.ນອກຈາກນີ້, ຍັງເປັນການສະໜອງ ນະໂຍບາຍ ຂອງລັດຖະບານ ໃນການຊຸກຍູ້ການຜະລິດພາຍໃນ ໃຫ້ມີຄວາມໝັ້ນທ່ຽງ, ຮັບປະກັນຊີວິດການ ເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ. ຈຸດປະສົງຂອງໂຄງການ ເພື່ອຊຸກຍູ້ ແລະ ສົ່ງເສີມການພັດທະນາ ກະສິກໍາແບບຍືນຍົງ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໃນເຂດ ພັດທະນາໂຄງການ ແລະ ເຂດໃກ້ຄຽງ, ສະໜອງຊີ້ນງົວ ທີ່ມີຄຸນນະພາບ ແກ່ສັງຄົມ ແລະ ເປັນສິນຄ້າສົ່ງອອກ ທັງເປັນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນບ່ອນຜະລິດສະບຽງອາຫານ ສະໜອງແກ່ສັງຄົມ ແລະ ເປັນ ສິນຄ້າ. ສໍາລັບກິດຈະກໍາຂອງໂຄງການ ປະກອບມີ ການລ້ຽງງົວ ສາຍພັນບຣາມັນ 1.000 ໂຕ, ສາຍພັນ ທ້ອງຖິ່ນ ພ້ອມທັງມີການປູກຫຍ້າລ້ຽງສັດ ໃນເນື້ອທີ່ 20 ເຮັກຕາ ເພື່ອເປັນອາຫານງົວ ແລະ ພັດທະນາ ເປັນສູນການຮຽນຮູ້ ການລ້ຽງງົວຄົບວົງຈອນ. ພ້ອມທັງສະເໜີໃຫ້ອົງການປົກຄອງແຂວງ ກໍຄືລັດຖະບານ ຊ່ວຍຊຸກຍູ້ໂຄງການໃຫ້ປະສົບຜົນສໍາເລັດຕາມແຜນການ ແລະ ໃຫ້ໄດ້ປະສິດທິພາບສູງ, ສະເໜີຂະຫຍາຍ ເນື້ອທີ່ສໍາປະທານ ເພື່ອດໍາເນີນງານຕາມແຜນພັດທະນາຂອງໂຄງການ, ສ້າງເປັນອຸດສາຫະກໍາລ້ຽງສັດ ໃນອະນາຄົດ. ສໍາລັບທິດທາງແຜນການໃນຕໍ່ໜ້າ ບໍລິສັດຈະໄດ້ນໍາເຂົ້າງົວສາຍພັນຕ່າງໆມາລ້ຽງໃນໂຄງການ ເພີ່ມຕື່ມເປັນ 2.000 ໂຕ ພ້ອມທັງຊຸກຍູ້ປະຊາຊົນໃນທ້ອງຖິ່ນ ໃຫ້ເຂົ້າມາຮຽນຮູ້ວິທີການລ້ຽງງົວ ເພື່ອຖອດ ຖອນບົດຮຽນ ແລະ ປະສົບການແກ່ປະຊາຊົນ ນໍາໄປພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ, ສ້າງແຜນຈັດຊື້ເຟືອງ ຈາກປະຊາຊົນ ເພື່ອເປັນອາຫານແກ່ການລ້ຽງງົວ ແລະ ເປັນການຊຸກຍູ້ເສດຖະກິດໃນທ້ອງຖິ່ນຕື່ມອີກ.

ທ່ານ ລິນຄໍາ ດວງສະຫວັນ ໄດ້ຮຽກຮ້ອງໃຫ້ບໍລິສັດ ຈົ່ງໄດ້ກະກຽມແຜນຮອງຮັບ ໃນດ້ານຕ່າງໆ ເພື່ອໃຫ້ສອດຄ່ອງກັບລະບຽບການ ແລະ ເງື່ອນໄຂຂອງປະເທດຄູ່ສັນຍາ ທາງການຄ້າ ໂດຍສະເພາະ ການສົ່ງອອກງົວ ແລະ ຊີ້ນງົວໄປຂາຍຢູ່ປະເທດຈີນ, ດ້ານປະລິມານ ແລະ ຄຸນນະພາບ, ການສະໜອງດ້ານອາຫານສັດ, ການມີສ່ວນຮ່ວມຂອງປະຊາຊົນ, ດ້ານແນວພັນ ແລະ ອື່ນໆ.

Related Articles

Leave a Reply