Vientiane Times Lao
ລັດເລີ່ມປັບປຸງເສັ້ນທາງ 13 ໃຕ້

ລັດເລີ່ມປັບປຸງເສັ້ນທາງ 13 ໃຕ້

 ການກໍ່ສ້າງ ແລະ ປັບປຸງເສັ້ນທາງ 13 ໃຕ້ ຊຶ່ງເປັນສັນຍາ 1 ນັບແຕ່ກິໂລແມັດ 71 ຫາ ກິໂລແມັດ 111 ທີ່ມີ ຄວາມຍາວ 40 ກມ (ນອນຢູ່ໃນໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ ກິໂລແມັດ 71 ແຕ່ແຂວງບໍລິຄໍາໄຊ ຫາ ກິໂລແມັດ 346 ຂອງ ແຂວງຄໍາມ່ວນ ມີຄວາມຍາວທັງໝົດ 275  ກິໂລແມັດ) ຈະໃຊ້ເວລາໃນການກໍ່ສ້າງ 2 ປີ ນັບແຕ່ ປີ 2021 ນີ້ເປັນຕົ້ນໄປ ໂດຍໄດ້ມີພິທີເຊັນສັນຍາກຽ່ວກັບການກໍ່ສ້າງທາງໃນໄລຍະດັ່ງກ່າວເມື່ອວັນທີ 11 ມີນາ 2021 ທີ່ຜ່ານມາ ທີ່ກະຊວງໂຍທາ ທິການ ແລະ ຂົນສົ່ງ ເຊັນໂດຍ ທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທ່ານ ສຸກສະໝອນ ດານຸວົງ ​ຫົວ​ໜ້າ ບໍລິສັດ ສຸພາພອນ ກໍ່ສ້າງ, ສຳຫຼວດ-ອອກແບບ ແລະ ຂົວທາງ ຈຳກັດຜູ້ດຽວຊຶ່ງເປັນບໍລິສັດທີ່ຮັບເໝົາກໍ່ສ້າງ.
 ການກໍ່ສ້າງ ແລະ ປັບປຸງເສັ້ນທາງດັ່ງກ່າວຢູ່ໃນສັນຍາທີ 1 ນີ້ມີມູນຄ່າກາກໍ່ສ້າງທັງໝົດ 17,5 ລ້ານໂດລາ ໂດຍໃຊ້ທຶນກູ້ຢືມຈາກທະນາຄານໂລກ. ສະເພາະໜ້າວຽກປະກອບມີປັບປຸງຍົກລະດັບຈຸດນ້ຳຖ້ວມ ແລະ ຂະຫຍາຍໜ້າທາງເກົ່າ ຈາກ 9 ແມັດ ເປັນ 12 ແມັດ, ມີ 2 ຊ່ອງທາງຈາລະຈອນ ແລະ ບ່າທາງເບື້ອງລະ 2,5 ແມັດ ພ້ອມທັງກໍ່ສ້າງຂົວໃໝ່ 2 ແຫ່ງ ແທນໃສ່ຈຸດເກົ່າ( ຍາວ 25 ແມັດ, ກ້ວາງ 12 ແມັດ, ໂຄງສ້າງທາງ ແມ່ນໄດ້ອອກແບບເປັນໜ້າທາງແບບປູຢາງຂົ້ວ (ເບຕົງອັສຟານ).

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply