ລັດຖະບານ ປະກາດໃຊ້ມາດຕະການຜ່ອນຜັນຊົ່ວຄາວ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ, ເຊິ່ງນໍາໃຊ້ ນັບແຕ່ວັນທີ 4-17 ພຶດສະພາ 2020 ພາຍຫຼັງທີ່ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນເວລາ 19 ວັນ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍມື້ນີ້ ວ່າ ມາດຕະການຜ່ອນຜັນເຫຼົ່ານີ້ ແມ່ນມາດຕະການຊົ່ວຄາວ ເຊິ່ງຈະຈັດຕັ້ງປະຕິບັດ ນັບແຕ່ວັນທີ 4 ຫາ ວັນທີ 17 ພຶດສະພາ 2020, ຖ້າມີການລາຍງານກໍລະນີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນ ແຂວງໃດແຂວງໜຶ່ງ ແມ່ນຈະໄດ້ຈໍາກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງ ນັ້ນໆ, ເຊິ່ງແມ່ນຄະນະສະເພາະກິດກ່ຽວຂ້ອງຈະເປັນຜູ້ປະກາດແຈ້ງການ; ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປແມ່ນຈະໄດ້ກັບມາປະຕິບັດມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງ ເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ.
ມາດຕະການຜ່ອນຜັນຊົ່ວຄາວ ລວມມີ ອະນຸຍາດໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດ ເປີດດໍາເນີນການ ໂດຍໃຫ້ພະນັກງານລັດຖະກອນໝູນວຽນ ມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ, ຖ້າຫາກສໍານັກງານອົງການໃດມີເງື່ອນໄຂ ເຮັດວຽກຜ່ານລະບົບສື່ສານເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ.
ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດ ຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ສາມາດອອກຈາກເຮືອນໄດ້ ແລະ ເດີນທາງພາຍໃນນະຄອນຫຼວງ ແລະ ແຂວງ ຕາມຄວາມຈຳເປັນແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ.
ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການ ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງ, ແຕ່ໃຫ້ຈຳກັດຜູ້ເຂົ້າຮ່ວມ ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.
ອະນຸຍາດໃຫ້ອອກກຳລັງກາຍ ຫຼື ຫຼິ້ນກິລາ ກາງແຈ້ງທີ່ບໍ່ເປັນທີມ ເຊັ່ນ: ຍ່າງອອກກຳລັງກາຍ, ຂີ່ລົດຖີບ, ເຕັ້ນອາໂຣບິກ, ຕີກ໊ອບ, ແຕ່ປະ ຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ.
ອະນຸຍາດໃຫ້ບັນດາຫ້າງຮ້ານຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ ແລະ ໂຮງງານນໍ້າກ້ອນ ດຳເນີນກິດຈະການໄດ້ ແຕ່ຕ້ອງປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ.
ບັນດາໂຮງງານ, ໂຄງການລົງທຶນ ທີ່ເປັນກິດຈະການຂະໜາດໃຫຍ່ ຂອງພາກທຸລະກິດຕ່າງໆ ທີ່ສາມາດປະຕິບັດຖືກຕ້ອງຕາມເງື່ອນໄຂ ມາດຕະການຕາມຂໍ້ແນະນຳເລກທີ 031/ສພກ ແມ່ນສາມາດເປີດດຳເນີນກິດຈະການໄດ້. ມອບໃຫ້ທັງສອງຄະນະສະເພາະກິດ ຂັ້ນສູນກາງ ແຕ່ງຕັ້ງຄະນະວິຊາການ ລົງກວດກາ, ຢັ້ງຢືນ ແລະ ເຮັດບົດບັນທຶກ ສຳລັບໂຄງການຂະໜາດໃຫຍ່ ທີ່ນໍາໃຊ້ແຮງງານຈໍານວນຫຼວງຫຼາຍ ທີ່ສູນກາງເປັນຜູ້ຄຸ້ມຄອງ, ສຳລັບຫົວໜ່ວຍທຸລະກິດໃດ ທີ່ອົງການປົກຄອງທ້ອງຖິ່ນອະນຸຍາດ ແລະ ຄຸ້ມຄອງ ກໍ່ມອບໃຫ້ຄະນະສະເພາະກິດ ຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ຮັບຜິດຊອບກວດກາ, ຢັ້ງຢືນ ແລະ ອະນຸຍາດ.
ໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຊາດ ແລະ ກະຊວງປ້ອງ ກັນຄວາມສະຫງົບ ກະກຽມເປີດໂຮງຮຽນຄືນ ໃນຊັ້ນ ປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດ ປກສ ແລະ ປກຊ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍ ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນຊັ້ນຮຽນ ມະຫາວິທະຍາໄລ ແລະ ສະຖານບັນການສຶກສາລະດັບອື່ນໆ ນອກຈາກທີ່ກຳນົດໄວ້ນີ້ ແມ່ນໃຫ້ສືບຕໍ່ປິດ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ.
ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກແຮງງານ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດຕາມຈຸດປະສົງ. ສຳລັບນັກສຶກສາລາວ ທີ່ຕ້ອງການກັບຄືນໄປຮຽນຕໍ່ ຫຼື ເຮັດວຽກຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ຕາມລະບຽບການຂອງປະເທດເຈົ້າພາບ.
ຂ່າວ: ວຽງຈັນທາຍ
ພາບ: ພູນຊັບ