Vientiane Times Lao
ລາວມີທັດສະນະສະເໝີຕົ້ນສະເໝີປາຍໃນການສະໜັບສະໜູນບັນດາຫຼັກການພື້ນຖານຂອງກົດບັດ ສປຊ

ລາວມີທັດສະນະສະເໝີຕົ້ນສະເໝີປາຍໃນການສະໜັບສະໜູນບັນດາຫຼັກການພື້ນຖານຂອງກົດບັດ ສປຊ

 ‘‘ປະເທດລາວມີແນວທາງການຕ່າງປະເທດ ແລະ ທັດສະນະສະເໝີຕົ້ນສະເໝີປາຍ ຫຼື ບໍ່ປ່ຽນແປງໃນ ການ ສະໜັບສະໜູນບັນດາຫຼັກການພື້ນຖານຂອງກົດບັດ ສປຊ, ການຊຸກຍູ້ໃຫ້ອົງການ ສປຊ ດໍາເນີນການປະຕິຮູບ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບການໃໝ່ ໂດຍໃຫ້ການເອົາໃຈໃສ່ຊ່ວຍເຫຼືອເປັນພິເສດ ແກ່ປະເທດກໍາລັງພັດທະນາ, ກຸ່ມປະເທດ ທີ່ມີຄວາມ ອ່ອນໄຫວ ພ້ອມທັງ ສະໜັບສະໜູນຕໍ່ຂໍ້ລິເລີ່ມໃນການຊຸກຍູ້ປະເທດສະມາຊິກ ສປຊ ອື່ນໆ ມີສ່ວນຮ່ວມໃນການປຶກສາຫາລືຂອງກຸ່ມເພື່ອນມິດນີ້ໃຫ້ກວ້າງຂວາງຂຶ້ນຕື່ມ, ໂດຍສະເພາະ ການຊຸກຍູ້ໃຫ້ຂະບວນການບໍ່ຮ່ວມກຸ່ມ ໃຫ້ສາມາດຮັກສາທັດສະນະຮ່ວມກັນຕໍ່ກັບ ຫຼາຍບັນຫາສໍາ ຄັນຂອງໂລກ ແລະ ເພີ້ມທະວີຄວາມໜັກແໜ້ນຂື້ນກວ່າເກົ່າ ໃນການມີທັດສະນະຮ່ວມ ກັນໃນຕໍ່ໜ້າ’’, ນີ້ແມ່ນຄໍາກ່າວປາໃສ ທີ່ກອງປະຊຸມລັດຖະມົນຕີຄັ້ງປະຖົມມະລຶກ ຂອງກຸ່ມເພື່ອນມິດເພື່ອການປົກປ້ອງກົດບັດ ສປຊ ທີ່ໄດ້ຈັດຂື້ນເປັນຄັ້ງທຳອິດເມື່ອມໍ່ໆມານີ້ທີ່ ນະຄອນນີວຢອກ ຂອງທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ປະຈໍາອົງການ ສປຊ ນໍາພາຄະນະເຂົ້າຮ່ວມຕາງຫນ້າໃຫ້ ທ່ານລັດຖະມົນຕີການຕ່າງປະເທດ ທີ່ບໍ່ສາມາດເດີນທາງໄປຮ່ວມໄດ້.

ກອງປະຊຸມດັ່ງກ່າວໂດຍເປັນປະທານ ຂອງ ທ່ານ Felix Plasencia ລັດຖະ ມົນຕີການຕ່າງປະເທດ ເວເນຊູເອລາ ແລະ ມີບັນດາລັດຖະມົນຕີ, ຮອງລັດ ຖະມົນຕີການຕ່າງປະເທດ ແລະ ຜູ້ຕາງໜ້າຖາວອນຂອງ 18 ປະເທດກໍ່ຕັ້ງກຸ່ມເພື່ອນມິດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ດຳເນີນໄປໃນຮູບແບບກະທັດຮັດ ແລະ ລັກສະນະເປັນສັນຍາ ລັກ ໂດຍມີການກ່າວສະແດງເຈດຕະ ນາລົມຮ່ວມກັນຂອງຫົວໜ້າຄະນະຜູ້ແທນ ກ່ຽວກັບ ຄວາມຈໍາເປັນຕ້ອງໄດ້ຢຶດໝັ້ນຕໍ່ຫຼັກການສາກົນອັນເປັນພື້ນຖານ ທີ່ກໍານົດຢູ່ໃນກົດບັດ ສປຊ, ຢໍ້າຄືນເຖິງຄວາມສຳຄັນໃນການສົ່ງເສີມລະບົບຫຼາຍຝ່າຍ, ການປົກປ້ອງບັນດາຈຸດປະສົງຮ່ວມກັນຂອງບັນດາປະຊາຊາດໃນໂລກ ເພື່ອປົກປັກຮັກສາສັນຕິພາບ, ເຄົາລົບຕໍ່ຄວາມເປັນເອກະລາດແຫ່ງຊາດ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດສະມາຊິກ ສປຊ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ ລວມທັງ ການເພີ້ມທະວີຄວາມເຊື້ອໝັ້ນ ຕໍ່ບົດບາດໜ້າທີ່ຂອງ ອົງການ ສປຊ ໃນການແກ້ໄຂບັນຫາສິ່ງທ້າທາຍຂອງສາກົນ ໂດຍຜ່ານການປຶກສາລືທາງການທູດ ແລະ ບົນພື້ນຖານຮັກສາຄວາມສາມັກຄີກົມກຽວກັນ ເພື່ອສືບຕໍ່ສ້າງສະພາບແວດລ້ອມສາກົນ ພາຍໃຕ້ ສັນຕິພາບ ແລະ ຄວາມໝັ້ນຄົງ ໃນທ່າມກາງສະພາບການຂອງໂລກ ທີ່ມີການຜັນແປຢ່າງໄວວາ ແລະ ມີສິ່ງທ້າທາຍໃໝ່ເກີດຂຶ້ນ. ນອກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການສືບຕໍ່ພົບປະກັນໃນຮູບແບບຕ່າງໆ ລວມທັງ ໃນໂອກາດກອງປະຊຸມສາກົນຕ່າງໆ ເປັນຕົ້ນແມ່ນ ໃນກອງປະຊຸມເພື່ອສະ ເຫຼີມສະຫຼອງການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ ຄົບຮອບ 60 ປີ, ເຊິ່ງຈະຈັດຂື້ນໃນເດືອນ ຕຸລາ 2021 ທີ່ ແບນກຣາດ, ປະເທດເຊີເບຍ ເພື່ອສືບຕໍ່ປຶກສາຫາລື ກັນໃນການຊຸກຍູ້ໃຫ້ຂະບວນການບໍ່ຮ່ວມກຸ່ມ ສືບຕໍ່ຢຶດໜັ້ນຕໍ່ບັນດາຈຸດປະສົງ ແລະ ຫຼັກການພື້ນຖານ ຂອງຂະ ບວນການ, ຮັບປະ ກັນໃຫ້ການເຄື່ອນໄຫວໃນຂອບກຸ່ມ 77 ແລະ ຈີນ ສືບຕໍ່ປົກປັກຮັກສາສິດຜົນປະໂຫຍດຂອງປະເທດກໍາລັງພັດທະນາ ໃນເວທີ ສປຊ, ລວມທັງ ການຊຸກຍູ້ໃຫ້ບັນດາປະເທດເພື່ອນມິດອື່ນໆ ພິຈາລະນາເຂົ້າຮ່ວມການປຶກສາຫາລືຂອງກຸ່ມເພື່ອມິດດັ່ງກ່າວໃຫ້ຫຼາຍຂື້ນ.

Related Articles

Leave a Reply