Vientiane Times Lao
ລາວເຂົ້າຮວ່ມງານເທດ ສະການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ລົງທຶນຢູ່ຫູໜານ

ລາວເຂົ້າຮວ່ມງານເທດ ສະການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ລົງທຶນຢູ່ຫູໜານ

ຄະນະນໍາດ້ານການທ່ອງທ່ຽວຈາກ ພາກລັດ ແລະ ເອກະຊົນໄດ້ເຂົ້າ ຮ່ວມພິທີເປີດງານ ເທດສະການ ທ່ອງທ່ຽວ ສາກົນ ຢູ່ແຂວງຫູໜານ ສປ ຈີນ ປະຈໍາປີ 2019 ໃນມື້ນີ້ 22/09/2019 ຮ່ວມກັບສາກົນ ຂະແໜງທ່ອງທ່ຽວ ທາງພາກລັດ ແລະ ເອກະຊົນ ເຂົ້້າ ຮ່ວມກັບບັນ ດາປະເທດອື່ນໆໃນທົວ ໂລກ ປະມານ 500 ກວ່າຄົນ.
ຄະນະທ່ອງທ່ຽວລາວນຳໂດຍ ທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດ ຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ບັນດາບໍລິສັດທ່ອງທ່ຽວ ຈາກ ສປປ ລາວ ໄດ້ເດີນທາງໄປ ເຂົ້າຮ່ວມເທດສະການດັ່ງກ່າວ ເພື່ອ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ຂອງ ສອງປະເທດ ລາວ-ຈີນ.
ທ່ານ ສະຫວັນຄອນ ໄດ້ກ່າວໃນ ພິທີເປີດງານເທດສະການທ່ອງທ່ຽວ ສາກົນ ຢູ່ແຂວງຫູໜານ ປີ 2019 ວ່າ: ງານເທດສະການທ່ອງທ່ຽວໃນມື້ນີ້ ຈະເປັນນິມິດໝາຍທີ່ດີ ໃຫ້ແກ່ການ ເສີມສ້າງສາຍພົວພັນຮ່ວມມືມີຄວາມ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ແມ່ນແນໃສ່ການກະຕຸກຊຸກຍູ້ ເພີ່ມ ທະວີການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ຂອງ ສອງປະເທດໃຫ້ນັບມື້ນັບກວ້າງຂວາງຍິ່ງຂຶ້ນ.
ແຂວງຫູໜານ ແລະ ສປປ ລາວ ໄດ້ເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ແທດ ເໝາະກັບສະພາບການຕົວຈິງ. ນັບແເຕ່ເດືອນ ກໍລະກົດ 2018 ທີ່ຜ່ານມາ ໄດ້ລິເລີ່ມໂຄງການເຊື້ອ ເຊີນນັກທ່ອງທ່ຽວຈາກຫູໜານຫຼາຍ ກວ່າ 10,000 ຄົນ ມາຢ້ຽມຢາມ ສປປ ລາວ ຊຶ່ງໄດ້ສຳເລັດຕາມລະດັບຄາດ ໝາຍ.
ທ່ານ ສະຫວັນຄອນ ອະທິບາຍວ່າ: ຕົວເລກນີ້ ຊີ້ໃຫ້ເຫັນວ່າສະຖານທີ່ ທ່ອງທ່ຽວຂອງລາວ ໄດ້ຮັບຄວາມ ສົນໃຈຫຼາຍສົມຄວນຈາກນັກທ່ອງ ທ່ຽວຊາວຫູໜານ. ໃນທີ່ນີ້ ຂ້າພະເຈົ້າ ຂໍຂອບໃຈນຳຄະນະພັກ, ຄະນະນຳ ອຳນາດການປົກຄອງກໍ່ຄືພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫູໜານ ທີ່ໄດ້ໃຫ້ການສະໜັບສະໜູນ ຕໍ່ໂຄງການດັ່ງກ່າວ.​
ເພື່ອປະຕິບັດຕາມການຕົກລົງເຫັນດີ ຂອງສອງລັດຖະບານລາວ-ຈີນ ໃນການຈັດຕັ້ງປີທ່ອງທ່ຽວລາວ-ຈີນ 2019 ນັ້ນ, ສອງປະເທດ ລາວ ແລະ ຈີນ ໄດ້ຈັດຕັ້ງພິທີເປີດປີທ່ອງທ່ຽວ ລາວ-ຈີນ 2019 ຂຶ້ນທີ່ນະຄອນຫຼວງ ວຽງຈັນ ໃນເດືອນມັງກອນ ປີ 2019. ໃນແຜນກິດຈະກໍາຕ່າງໆທີ່ຈະຈັດຕັ້ງ ຂຶ້ນຢູ່ ສປປ ລາວ ແລະ ສປ ຈີນ ຕາມ ລຳດັບ ແຕ່ຕົ້ນປີ ຈົນຮອດທ້າຍປີ 2019, ກໍ່ຍັງມີອີກກິດຈະກຳໜຶ່ງ ຊຶ່ງຈະຈັດຂຶ້ນຢູ່ແຂວງຫູໜານ ໃນເດືອນ ຕຸລາ ຫາ ພະຈິກ 2019 ທີ່ຈະມາເຖິງນີ້.
ທ່ານ ຮອງລັດຖະມົນຕີ ຍັງໄດ້ກ່າວ ຕື່ມອີກວ່າ ຂ້າພະເຈົ້າ ຫວັງຢ່າງຍິ່ງ ວ່າການນຳແຂວງຫູໜານ, ອຳນາດ ການປົກຄອງ ກໍ່ຄືປະຊາຊົນຊາວ ແຂວງຫູໜານ ຈະໃຫ້ການຮ່ວມມືທີ່ດີ ເຮັດໃຫ້ການຈັດຕັ້ງກິດຈະກຳດັ່ງກ່າວປະສົບຜົນສຳເລັດຕາມລະດັບຄາດ ໝາຍ.
ພາຍຫຼັງເປີດປີທ່ອງທ່ຽວລາວ-ຈີນ 2019 ເປັນຕົ້ນມາ ອີງຕາມສະຖິຕິ 6 ເດືອນຕົ້ນປີ ໄດ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວລາວ 2 ລ້ານກວ່າຄົນ, ເພິ່ມຂຶ້ນ 5% ຖ້າທຽບໃສ່ໄລຍະດຽວ ກັນໃນປີ 2018 ໃນນັ້ນຈໍານວນນັກ ທ່ອງທ່ຽວຈີນມີເຖິງ 5 ແສນກວ່າຄົນ ເພີ່ມຂຶ້ນ 13% ໃນຕົວເລກຄາດໝາຍ 1 ລ້ານເທື່ອຄົນ.
ໃນສອງມື້ຕໍ່ໜ້າ ທາງຄະນະນຳທ່ອງ ທ່ຽວຝ່າຍລາວຈະໄດ້ຮ່ວມກັບ ເພື່ອນມິດຈາກປະເທດຕ່າງໆ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ພາຍໃນແຂວງຫູໜານ ແລະ ສຳພັດກັບທິວທັດທຳມະຊາດ, ຊີມອາຫານອັນແຊບຊ້ອຍຂອງແຂວງຫູໜານ, ແລະ ພ້ອມດຽວກັນນັ້ນ, ກໍ່ຈະໄດ້ຖອດຖອນບົດຮຽນ, ແລກ ປ່ຽນປະສົບການ ແລະ ຊອກຮູ້ພຶດ ຕິກຳຕົວຈິງ ໃນການພັດທະນາວັດທະ ນະທຳ ແລະ ທ່ອງທ່ຽວຂອງແຂວງ ຫູໜານ ເພື່ອນຳເອົາບົດຮຽນອັນ ລໍ້າຄ່າດັ່ງກ່າວນັ້ນ ກັບໄປສົມທົບກັບ ພະແນກການທີ່ກ່ຽວຂ້ອງ ເພື່ອໝູນ ໃຊ້ໃຫ້ເກີດປະໂຫຍດສູງສຸດ.
ທ່ານ ສະຫວັນຄອນ ຍັງໄດ້ຮຽກຮ້ອງ ມາຍັງບັນດາສື່ມວນຊົນຈີນຊ່ວຍໂຄ ສະນາປີທ່ອງທ່ຽວລາວ-ຈີນ 2019 ພ້ອມທັງຊ່ວຍໂຄສະນາເຊີນຊວນນັກທຸລະກິດຈີນໄປລົງທຶນທີ່ ສປປ ລາວ ໃຫ້ຫຼາຍຂຶ້ນ.
ຂ່າວ: ວຽງຈັນທາຍ
ພາບ: ປັນຍາສິດ

Related Articles

Leave a Reply