Vientiane Times Lao
ລາວເຂົ້າຮ່ວມກອງປະຊຸມພິເສດກ່ຽວກັບໂຄວິດ-19 ຄັ້ງທີ 2 ໂດຍເນັ້ນໃສ່ການພັດທະນາການຕອບໂຕ້ພະຍາດລະບາດໂຄວິດ-19 ແລະ ການບັນລຸການຟື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19

ລາວເຂົ້າຮ່ວມກອງປະຊຸມພິເສດກ່ຽວກັບໂຄວິດ-19 ຄັ້ງທີ 2 ໂດຍເນັ້ນໃສ່ການພັດທະນາການຕອບໂຕ້ພະຍາດລະບາດໂຄວິດ-19 ແລະ ການບັນລຸການຟື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19

ຄະນະຜູ້ ແທນພັກປະຊາຊົນປະຕິວັດລາວ( ປປ ລາວ) ນໍາໂດຍ ທ່ານ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນຕ່າງ ປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພິເສດ ກ່ຽວກັບ ໂຄວິດ-19 ຄັ້ງທີ 2 ເມື່ອວັນທີ 25 ພຶດສະພາ 2021ຜ່ານມານີ້ ຊຶ່ງຮ່ວມກັນຈັດຂື້ນໂດຍ ກອງເລຂາອົງການຂອງບັນດາ ພັກການເມືອງໃນອາຊີ​  (ICAPP) ແບບທາງໄກ ພາຍໃຕ້ 2 ຫົວຂໍ້ຄື: ການພັດທະນາການຕອບໂຕ້ພະຍາດລະບາດໂຄວິດ-19 ທີ່ມີປະສິດທິພາບຫຼາຍຂຶ້ນໃນ ລະດັບພາກພື້ນ ແລະ ສາກົນ ແລະ ການບັນລຸການຟື້ນຟູເສດຖະ ກິດຮອບດ້ານ ໃນສະພາບແວດລ້ອມຫຼັງ ໂຄວິດ-19.

ກອງປະຊຸມຄັ້ງນີ້ ມີຜູ້ແທນເຂົ້າຮ່ວມຈາກ 24 ພັກການເມືອງ ທີ່ມາຈາກ 19 ປະເທດໃນອາຊີ, ມີຜູ້ຕາງໜ້າຈາກອົງການອະນາໄມໂລກ (WHO), ທະນາຄານໂລກ, ສະຖາບັນວັກຊິນສາກົນ, ຄະນະກຳມະການເສດຖະກິດ ແລະ ສັງຄົມຂອງອົງການສະຫະປະຊາ ຊາດ ປະຈຳ ພາກພື້ນອາຊີ ແລະ ປາຊີຟິກ ແລະ ອົງການກອງປະຊຸມຖາວອນ ຂອງບັນດາພັກການເມືອງອາເມຣິກາລາຕິນ ແລະ ກາຣາອິບ (COPPPAL).

ໃນໂອກາດຮ່ວມກອງປະຊຸມດັ່ງກ່າວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມພະຍາຍາມ ແລະ ຄວາມຮັບຜິດຊອບຮ່ວມກັນ ຂອງບັນດາປະເທດໃນພາກພື້ນອາຊີ ກໍຄື ທົ່ວໂລກ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ.

ເວົ້າສະເພາະແມ່ນການຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ຊຶ່ງພັກ ແລະ ລັດຖະບານ ສປປ ລາວ ໄດ້ວາງ ແລະ ນໍາພາຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ແຕ່ຫົວທີ ໂດຍຖືຜົນປະໂຫຍດ ແລະ ຄວາມປອດໄພຂອງປະຊາຊົນເປັນຫຼັກ ນອກຈາກນີ້ ກໍໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອ ທັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງທັນການຂອງບັນດາປະເທດເພື່ອນມິດ ອັນໄດ້ເຮັດໃຫ້ການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນກ້າວໆມາ ພ້ອມນັ້ນ ພັກ ແລະ ລັດຖະບານລາວ ຍັງໄດ້ເລັ່ງລັດການສັກວັກຊິນໃຫ້ພົນລະເມືອງລາວ ໃຫ້ໄດ້ຢ່າງໜ້ອຍ 22% ໃນປີ 2021.

ໃນຂະນະດຽວກັນ ກໍສຸມໃສ່ແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າ ທ້າຍຕ່າງໆຂອງປະເທດ, ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະ ກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍຄືແຜນງານການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮອບດ້ານ ແລະ ເປັນລະບົບ ພ້ອມທັງສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບບັນດາພັກການເມືອງໃນອາຊີ ໃນການປ້ອງກັນ,ຄວບຄຸມ ແລະ ຮັບມືກັບພະຍາດໂຄວິດ-19 ໃນໄລຍະການແຜ່ລະບາດ ແລະ ຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວ.

ສໍາລັບ ກອງປະຊຸມຄັ້ງນີ້ ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຮອງເອົາຖະແຫຼງການ ຊຶ່ງໄດ້ເນັ້ນໜັກເຖິງບົດບາດສຳ ຄັນຂອງບັນດາພັກການເມືອງໃນອາຊີ ໃນການຊຸກຍູ້ໃຫ້ລັດຖະບານ ຂອງບັນດາປະເທດສະມາ ຊິກມີນະໂຍບາຍ ແລະ ມາດຕະ ການສະກັດກັ້ນ, ຄວບຄຸມ ແລະ ຮັບມືກັບການແຜ່ລະບາດຂອງ ພະຍາດໂຄວິດ-19, ລວມທັງ ການເປີດກວ້າງການສະ ໜອງບັນດາອຸປະກອນການ ແພດຢ່າງເທົ່າທຽມກັນ, ທົ່ວເຖິງ ຢູ່ທຸກປະເທດ ແລະ ສຳລັບທຸກຊັ້ນຄົນບົນຫຼັກການ ພວກເຮົາກ້າວໄປພ້ອມກັນ.

ພ້ອມທັງຮຽກຮ້ອງໃຫ້ລັດຖະບານ ແລະ ບັນດາພັກການເມືອງໃນອາຊີ ເຮັດວຽກຮ່ວມກັນໃນການວາງແຜນທີ່ມີປະສິດທິພາບ ແລະ ການສະໜອງທຶນທີ່ເໝາະສົມ ເພື່ອຟື້ນຟູເສດຖະກິດ-ສັງຄົມ ຂອງປະເທດຕົນ; ຢືນຢັນຄວາມ ໝາຍໝັ້ນໃນການສືບຕໍ່ຮ່ວມມື ຢ່າງແໜ້ນແຟ້ນ ລະຫວ່າງ ບັນດາພັກການເມືອງປະເທດສະມາຊິກ​ ICAPP ເພື່ອເຊື່ອມສານແຜນປະຕິບັດ ງານພາກພື້ນ ແລະ ສາກົນ ກ່ຽວກັບ ການຕ້ານໂຄວິດ-19.

ຂ່າວ-ພາບ: ຄຕພ

Related Articles

Leave a Reply