ສປປ ລາວໃຊ້ວັກຊິນ 5 ຊະນິດເພື່ອສ້າງພູມຕ້ານທານພະຍາດໂຄວິດ-19 ຄື: ວັກຊິນ ສະປຸກນິກ, ຊີໂນຟາມ, ແອສຕຣາ ເຊເນກາ, ໄຟເຊີ ແລະ ຈອນສັນ ແອນ ຈອນສັນ ຊຶ່ງວັກຊິນຍີ່ຫໍ້ ຈອນສັນ ແອນຈອນສັນນີ້ ແມ່ນໄດ້ມາຮອດລາວເມື່ອຕອນແລງຂອງວັນທີ 16 ກໍລະກົດ 2021 ທີ່ຜ່ານມານີ້ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການ COVAX ຈຳນວນ 1.008.000 ໂດສ, ສະນັ້ນ ມາຮອດວັນທີ 16 ກໍລະກົດ, ສປປ ລາວ ໄດ້ຮັບຢາວັກຊິນດັ່ງກ່າວແລ້ວລວມທັງໝົດແລ້ວ 3.147.620 ໂດສ ຈາກວັກຊິນສະປຸກນິກ 5.000 ໂດສ, ຊີໂນຟາມ 1.902.000ໂດສ, ແອສຕຣາເຊເນກາ 132.000ໂດສ, ໄຟເຊີ 100.620ໂດສ ແລະ ຈອນສັນ ແອນ ຈອນສັນ 1.008.000 ໂດສ.
ຮອດປັດຈຸບັນນີ້, ກຸ່ມສ່ຽງ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດໄດ້ສັກຢາປ້ອງກັນພະຍາດດັ່ງກ່າວເຂັມ 1 ແລ້ວ 1.038.254 ຄົນ ແລະ ເຂັມທີ 2 ຈໍານວນ 670.727 ຄົນ.