ສປປ ລາວ ກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026 ຊຶ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ບໍ່ຕົກກັບມາຢູ່ໃນສະຖານະພາບເກົ່າຄືນອີກ.
ໃນວັນທີ 24 ເມສາ 2025 ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານ ນາງ ຣາບັບ ຟາຕິມາ ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງ ອົງການສະຫະປະຊາຊາດ ສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ ພ້ອມດ້ວພາກສ່ວນກ່ຽວຂ້ອງ.

ກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການກະກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ຂອງ ສປປ ລາວ ຊຶ່ງໃນທີ່ປະຊຸມ ໄດ້ຮັບຟັງການນໍາສະເໜີບົດກ່ຽວກັບຄວາມຄືບໜ້າ ແລະ ຮ່າງບົດປະເມີນຄວາມພ້ອມ ຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກໍໄດ້ສົນທະນາແລກປ່ຽນຄໍາເຫັນຕໍ່ບົດນໍາສະເໜີ ດັ່ງກ່າວ ແລະ ໄດ້ຮັບຟັງຄໍາຄິດເຫັນຂອງ ທ່ານຮອງເລຂາທິການໃຫຍ່ອົງການ ສປຊ ກ່ຽວກັບວຽກງານການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ. ສໍາລັບການຈັດຕັ້ງປະຕິບັດແຜນດໍາເນີນງານສະຫະປະຊາຊາດ ສໍາລັບປະເທດດ້ອຍພັດທະນາ, ສປປ ລາວ ໄດ້ເຊື່ອມສານເອົາເນື້ອໃນຈິດໃຈ ແລະ ບັນດາຄາດໝາຍຂອງແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.
ໃນການປະເມີນຂອງ ຄະນະກໍາມະການເພື່ອນະໂຍບາຍການພັດທະນາຂອງ ອົງການ ສປຊ (CDP) ປີ 2018, ສປປ ລາວ ສາມາດຜ່ານເກນມາດຖານການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ 2 ໃນ 3 ຂອງເງື່ອນໄຂໄດ້ເປັນເທື່ອທໍາອິດ ແລະ ໃນປີ 2021 ສາມາດຜ່ານເກນໄດ້ເປັນຄັ້ງທີ 2 ແລະ ບັນລຸໄດ້ທັງ 3 ເງື່ອນໄຂ. ໃນປີ 2024 ທີ່ຜ່ານມາ, ສປປ ລາວ ຍັງສາມາດສືບຕໍ່ຜ່ານເກນມາດຖານການປະເມີນເປັນຄັ້ງທີສາມ ໂດຍສາມາດຜ່ານໄດ້ ທັງ 3 ເງື່ອນໄຂ ຊຶ່ງໝາຍຄວາມວ່າ ສປປ ລາວ ຍັງຢູ່ໃນທ່ວງທ່າພັດທະນາໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
ໃນທ້າຍປີ 2023 ລັດຖະບານລາວ ໂດຍການຮ່ວມມືກັບ ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ໄດ້ເອົາໃຈໃສ່ໃຫ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026 ເຊິ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ບໍ່ຕົກກັບມາຢູ່ໃນສະຖານະພາບເກົ່າຄືນອີກ.
ໃນປະຈຸບັນ, ສປປ ລາວ ກໍາລັງຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະ ເທດດ້ອຍພັດທະນາ ໃນປີ 2026 ໂດຍການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກ ອົງການ ສປຊ ເພື່ອປະເມີນຄວາມພ້ອມ ທີ່ຈະອອກຈາກສະຖານະພາບດັ່ງກ່າວ, ທັງນີ້ ແນໃສ່ຮັບປະກັນໃຫ້ມີຄວາມໂລ່ງລ່ຽນ, ມີຄຸນນະພາບ, ຍືນຍົງ ແລະ ບໍ່ກັບຄືນສູ່ສະຖານະພາບເດີມ.
ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກ ແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວາລະການພັດທະນາຂອງສາກົນ. ເຖິງຢ່າງໃດກໍຕາມ, ສປປ ລາວ ກໍຍັງມີຄວາມຕ້ອງການການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ.
ທີ່ມາ: ກຕທ