ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ຮ່ວມກັບ ສະຖາບັນເຕັກໂນໂລຊີດິຈິຕອນ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ໃນຂະແໜງເຕັກໂນໂລຊີດິຈິຕອນ.
ການຮ່ວມມືພັດທະນາຊັບພະຍາກອນມະນຸດຂອງຂະແໜງການດັ່ງກ່າວ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືທາງດ້ານການສຶກສາ, ການຄົ້ນຄວ້າເຕັກໂນໂລຊີດິຈິຕອນ, ການພັດທະນາຊັບພະຍາກອນມະນຸດທາງດ້ານເຕັກໂນໂລຊີດິຈິຕອນ ແລະ ຊຸກຍູ້ການຮ່ວມມື ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຜົນປະໂຫຍດສູງສຸດຂອງທັງສອງສະຖາບັນ.
ພິທີລົງນາມບົດບັນທຶກດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການລົງນາມຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ,ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ທ່ານ ປອ. ເຊງ ໂສພຽບ (Seng Sopheap) ຫົວໜ້າສະຖາ ບັນເຕັກໂນໂລຊີດິຈິຕອນ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ທ່ານ ເຈຍ ວັນເດດ (Chea Vandeth), ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍບັນດາຜູ້ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ. ປະດັບໄຊ ໄຊຍະໂຄດ ໄດ້ກ່າວວ່າ: ຄວາມສຳຄັນຂອງການຮ່ວມມືທາງດ້ານເຕັກໂນໂລຊີດິຈິຕອນ ໄດ້ກາຍເປັນພື້ນ ຖານສຳຄັນຂອງການເຕີບໃຫຍ່ທາງດ້ານເສດຖະກິດ, ການພັດທະນາສັງຄົມ ແລະ ການປົກຄອງທີ່ດີ. ເຕັກໂນໂລຊີດິຈີຕອນ ເປັນສິ່ງຈຳເປັນທີ່ຕ້ອງໝູນໃຊ້ເພື່ອຫຼຸດຜ່ອນຄວາມແຕກໂຕນທາງດ້ານດິຈິຕອນລະຫວ່າງຕົວເມືອງ ແລະ ຊົນນະບົດ, ສ້າງໂອກາດວຽກເຮັດງານທໍາອັນໃໝ່ໃຫ້ແກ່ປະຊາຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດຊາດ. ທ່ານ ໄດ້ກ່າວອີກວ່າ: ການຮ່ວມມືລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແຫ່ງ ສປປ ລາວ ແລະ ສະຖາບັນເຕັກໂນໂລຊີດິຈິຕອນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້ ໄດ້ກາຍ ເປັນພິຍານເຖິງວິໄສທັດຮ່ວມກັນຂອງສອງສະຖາບັນ ໃນການ ສ້າງສັງຄົມໃຫ້ມີຄວາມເຂັ້ມແຂງທາງດ້ານດິຈິຕອນ.
ຂົງເຂດການຮ່ວມມືທີ່ສຳຄັນໃນບົດບັນທຶກຄວາມເຂົ້າໃຈ ທີ່ລົງນາມຮ່ວມກັນປະກອບມີຄື: ແລກປ່ຽນບັນດານັກຊ່ຽວ ຊານ, ນັກຄົ້ນຄວ້າ, ຄູອາຈານ, ພະນັກງານວິຊາການ ແລະ ນັກສຶກສາ; ຮ່ວມມືໃນການສ້າງພອນສະຫວັນທາງດ້ານດິຈິຕອນໃນຮູບແບບການຮ່ວມມືພັດທະນາການສຶກສາ ແລະ ການຝຶກອົບ ຮົມ (ໄລຍະສັ້ນ ແລະ ໄລຍະຍາວ), ການຈັດກອງປະຊຸມ, ສຳມະ ນາ, ກອງປະຊຸມວິຊາການສະເພາະ ແລະ ໂຄງການທຶນການສຶກສາ; ແລກປ່ຽນຂໍ້ມູນຂ່າວສານ, ການຮຽນ-ການສອນ, ເອກະສານການຄົ້ນຄວ້າ ແລະ ຮ່ວມມືກັນໃນການຄົ້ນຄວ້າ; ແລະ ຮ່ວມມືກັນໃນດ້ານອື່ນໆຕາມຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ.
ທີ່ມາ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ