Vientiane Times Lao
 ລາວ-ກໍາປູເຈຍ ເຊັນສັນຍາຮ່ວມກັນ 3 ສະບັບ ແລະ ບົດບັນທຶກຄວາມເຂົ້າໃຈ 2 ສະບັບ

 ລາວ-ກໍາປູເຈຍ ເຊັນສັນຍາຮ່ວມກັນ 3 ສະບັບ ແລະ ບົດບັນທຶກຄວາມເຂົ້າໃຈ 2 ສະບັບ

ລາວ-ກໍາປູເຈຍ ໄດ້ລົງ ນາມເອກະສານຮ່ວມກັນ ຈໍານວນ 3 ສະບັບ ແລະ ບົດບັນທຶກຄວາມເຂົ້າໃຈ 2 ສະບັບ ໃນມື້ວັນທີ26 ມີນາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ.  

ເອກະສານຮ່ວມກັນ 3 ສະບັບດັ່ງກ່າວ ຄື: ສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະ ຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; ບົດບັນທຶກການແລກປ່ຽນສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; ສັນຍາວ່າດ້ວຍການຮ່ວມມືທາງດ້ານພະລັງງານໄລຍະ II ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກ ກຳປູເຈຍ.

ສະເພາະເອກະສານແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈໍານວນ 2 ສະບັບ ນັ້ນແມ່ນ ລະຫວ່າງ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກັບ 2 ບໍລິສັດ ຕາງໜ້າລັດຖະບານ ສປປ ລາວ ຄື: ບໍລິສັດ ລັດວິສາຫະ ກິດໄຟຟ້າລາວກ່ຽວກັບໂຄງການພະລັງງານສະອາດ ແບບປະສົມປະສານຈາກເຂື່ອນໄຟຟ້າ, ໂຄງການຄວາມຮ້ອນໃຕ້ດິນ ແລະ ໂຄງການພະລັງງານທົດແທນ ແລະ ການສຶກສາຄວາມເປັນໄປໄດ້ ຂອງໂຄງການເຊກອງຕອນລຸ່ມ I ແລະ ໂຄງການເຊກອງຕອນລຸ່ມ II ເພື່ອສົ່ງອອກໄປຍັງກໍາປູເຈຍ ໂດຍຜ່ານຈຸດເຊື່ອມຕໍ່ທີ່ມີຢູ່ ແລະ ຈຸດໃໝ່; ແລະ ກັບ ກຸ່ມບໍລິສັດພົງຊັບທະວີ ຈຳກັດກ່ຽວກັບໂຄງການເຂື່ອນໄຟຟ້າເຊຂະໝານ 2 ແລະ ໂຄງການພະລັງງານລົມ.

ການເຊັນສັນຍາຮ່ວມກັນ ແລະ ບົດບັນທຶກຄວາມເຂົ້າໃຈໂດຍການເປັນສັກຂີພິຍານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 25-26 ມີນາ 2024 ນີ້.

 

 

Related Articles

Leave a Reply