ສປປ ລາວ ແລະ ສປ ຈີນ ຮ່ວມກັນ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຜ່ານການຈັດຊຸດຝຶກອົບຮົມພັດທະນາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປ ຈີນ.
ໂດຍໂຄງການດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍການເຂົ້າຮ່ວມ ຂອງ ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຫົວໜ້າຄະນະສຳມະນາກອນ ຈາກ ສປປ ລາວ, ມີສໍາມະນາກອນຈາກກະຊວງ,ກົມກອງ ແລະ ທ້ອງຖິນ ຈໍານວນ 35 ທ່ານ, ທ່ານ ນາງ Jie Ping ຮອງຜູ້ອຳນວຍການສູນສາກົນແກ້ໄຂຄວາມທຸກຍາກ ສປ ຈີນ, ສຳມະນາກອນ ແລະ ຄະນະຮັບຜິດຊອບ ສປ ຈີນ ເຂົ້າຮ່ວມ. ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ກະຊວງການຄ້າ ສປ ຈີນ.
ທ່ານ ເພັດສະໝອນ ຖານະສັກ ໄດ້ມີຄໍາເຫັນວ່າ: ພາຍໃຕ້ຂອບການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ສປ ຈີນ ເວົ້າລວມ,ເວົ້າສະເພາະ ໂຄງການຮ່ວມມື ຕາມໜຶ່ງແລວ ໜຶ່ງເສັ້ນທາງ ກະຊວງການຄ້າ ສປ ຈີນ ໄດ້ໃຫ້ທຶນສະໜັບສະໜູນ ຈັດຕັ້ງປະຕິບັດໂຄງການໂດຍມອບໃຫ້ສູນສາກົນແກ້ໄຂຄວາມທຸກຍາກ ສປ ຈີນເປັນຜູ້ຮັບຜິດຊອບຈັດຊຸດຝຶກອົບຮົມ. ໃນໄລຍະຝຶກອົບຮົມ, ສຳມະນາກອນຂອງລາວໄດ້ແລກປ່ຽນບົດຮຽນ, ປະສົບການ, ວິທີການ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງ ສປປ ລາວໃນການການການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ.
ໃນການຝຶກອົບຮົມຄັ້ງດັ່ງກ່າວ, ບັນດາຊ່ຽວຊານຂອງ ສປ ຈີນກໍໄດ້ນໍາສະເໜີນະໂຍບາຍ ແລະ ການຈັດຕັ້ງປະຕິບັດວຽກງານລຶບລ້າງຄວາມທຸກຍາກທີ່ສອດຄ່ອງກັບສະພາບຕົວຈິງ, ນະໂຍບາຍທາງດ້ານທະນາຄານ, ການປົກຄອງທາງດ້ານດີຈີຕອນ, ການຈ້າງງານດ້ານອຸດສາຫະກຳ, ການພັດທະນາດ້ານການສຶກສາ ແລະ ດ້ານສາທາລະນະສຸກ.ຈາກນັ້ນ, ນັກສຳມະນາກອນໄດ້ລົງໄປຢ້ຽມຢາມ ແຂວງອານຮຸຍ ຢ້ຽມຢາມບ້ານ, ຕົວເມືອງ, ບັນດາໂຮງງານອຸດສາຫະກຳ, ການຜະລິດກະສິກຳ, ການພັດທະນາແຫຼງທ່ອງທ່ຽວ, ສວນສາທາລະນະ, ການສ້າງບ້ານຕົວແບບ, ໂຮງໝໍ, ການຜະລິດຫັດຖະກຳ ແລະ ໂຮງຮຽນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກຕາມແນວທາງນະໂຍບາຍແກ້ໄຂພົ້ນຄວາມທຸກຍາກຂອງ ສປຈີນ.
ຈາກບົດຮຽນດັ່ງກ່າວນັກສຳມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນການວາງແນວທາງແຜນພັດທະນາ ແລະ ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ.
ທ່ານ ນາງ Jie Ping ຍັງໄດ້ມີຄໍາເຫັນວ່າ: ລັດຖະບານຈີນ ກໍ່ຄືຄະນະຮັບຜິດຊອບຈັດຊຸດຝຶກອົບຮົມໃນຫົວຂໍ້: ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ກະກຽມຄວາມພ້ອມໃນທຸກດ້ານໂດຍສະເພາະບົດຮຽນທີ່ສຳຄັນ ແລະ ການລົງພື້ນທີ່ທັດສະນະສຶກສາຕົວຈິງ ເພື່ອສ້າງຄວາມເຂົ້າໃຈອັນລະອຽດໃຫ້ແກ່ນັກສຳມະນາກອນ. ພ້ອມນີ້ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະສຳມະນາກອນ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໝ້າໃນການຄົ້ນຄວ້າຮ່ຳຮຽນ, ການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ. ໃນຕໍ່ໜ້າກະຊວງການຄ້າ ແລະ ສູນສາກົນແກ້ໄຂຄວາມທຸກຍາກຂອງ ສປ ຈີນ ຍັງຈະສືບຕໍ່ພົວພັນຮ່ວມມືໃນການສະໜອງທຶນຮອນ ແລະ ການສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ຕື່ມອີກ.
ໃນພິທີປິດຊຸດຝຶກອົບຮົມ, ໄດ້ມີພິທີມອບໃບຢັ້ງຍືນໃຫ້ແກ່ນັກສຳມະນາກອນຂອງ ສປປ ລາວ ຈຳນວນ 35 ທ່ານ, ຍິງ 12 ທ່ານ ເພື່ອເປັນການຢັ້ງຍືນເຖິງຜົນສຳເລັດໃນການເຂົ້າຮ່ວມຝຶກອົບຮົມຫົວຂໍ້:ຶ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປ ຈີນ ພ້ອມນີ້ຍັງໄດ້ມອບລາງວັນໃຫ້ແກ່ນັກສຳມະນາກອນທີ່ປະກອບສ່ວນຂຽນບົດດີເດັ່ນ ໃນຫົວຂໍ້: ຄວາມປະທັບໃຈຂອງປະເທດຈີນ ໃນສາຍຕາຂອງຂ້ອຍ ຈຳນວນ 18 ທ່ານ, ຍິງ 4 ທ່ານ.