Vientiane Times Lao
ລາວ-ຈີນ ຮ່ວມມືໃນຂົງເຂດການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ

ລາວ-ຈີນ ຮ່ວມມືໃນຂົງເຂດການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ

ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ສູນຂໍ້ມູນແຫ່ງຊາດ ຄະນະພັດທະນາ ແລະ ປະຕິຮູບ ສປ ຈີນ ຮ່ວມມືຂົງເຂດການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ.

ຈຸດປະສົງຂອງການຮ່ວມມື ດັ່ງກ່າວ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ ໃນການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ ໂດຍຢຶດໝັ້ນຫຼັກການສະເໝີພາບຊຶ່ງກັນ ແລະ ກັນ, ມີຜົນປະໂຫຍດຮ່ວມກັນເພື່ອເສີມສ້າງການພົວພັນຮ່ວມມືແບບຍືນຍົງ ແລະ ປະຕິບັດຕາມລະບຽບກົດໝາຍຂອງສອງຝ່າຍ.

ພ້ອມນັ້ນ ທັງສອງຝ່າຍເຫັນດີເປັນເອກະພາບ ໃນບັນດາຫົວຂໍ້ ແລະ ກິດຈະກຳ ເຊັ່ນ: ດ້ານການພັດທະນານະໂຍບາຍໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ, ມາດຕະຖານ ແລະ ລະບຽບການທີ່ຈະເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ດ້ານການຮ່ວມມື ແລະ ການຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດເພື່ອການພັດທະນາໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ, ດ້ານການພັດທະນານິຕິກໍາຕິດພັນກັບການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ, ດ້ານການພັດທະນາ, ການບໍລິການຈັດການ ແລະ ການບໍາລຸງຮັກສາໃນຂະແຫນງການໂຄງລ່າງພື້ນຖານດີຈີຕອນແຫ່ງຊາດ ແລະ ການຮ່ວມມືໃນຮູບແບບອື່ນໆ ຕາມການຕົກລົງຮ່ວມກັນຂອງທັງສອງຝ່າຍ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ ໂຈວ ໝີນ ຮອງຫົວໜ້າສູນຂໍ້ມູນແຫ່ງຊາດ ຄະນະພັດທະນາ ແລະ ປະຕິຮູບ ສປ ຈີນ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນກ່ຽວຂ້ອງ.

ແຫຼ່ງຂ່າວ: ກຕສ

Related Articles

Leave a Reply