ລາວ-ຣັດເຊຍ ສືບຕໍ່ຮັດແໜ້ນການພົວພັນ ແລະ ການຮ່ວມມືວຽກງານຫຼາຍດ້ານ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານການເມືອງ, ພະລັງງານ ແລະ ບໍ່ແຮ່, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄວາມປອດໄພຂອງຂໍ້ມູນ, ການຮ່ວມມືຂົນສົ່ງທາງລົດໄຟ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ.
ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບບັນດາຄູ່ຮ່ວມຕໍາແໜ່ງປະເທດເພື່ອນມິດ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດເຫຼົ້ານັ້ນ ຄື: ຣັດເຊຍ, ຈີນ, ບຣາຊິນ, ເບລາຣຸດຊີ ແລະ ກູບາ ຕາມລໍາດັບ, ໃນໂອກາດທີ່ທ່ານນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’) ທີ່ເມືອງ Nizhny Novgorod ສະຫະພັນ ຣັດເຊຍ.
ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຊີຣເກ ລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍໄມຕີຈິດມິດຕະພາບ ເພື່ອສືບຕໍ່ຮັດແໜ້ນການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຣັດເຊຍ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນ, ລວມເຖິງບັນດາໝາກຜົນການຕົກລົງຮ່ວມກັນຂອງການນໍາສອງປະເທດ ໂດຍສະເພາະໝາກຜົນຂອງການພົບປະລະຫວ່າງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກັບ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ແລະ ທ່ານ ເມັດເວເດັບ ປະທານ ພັກຣັດເຊຍເອກະພາບ ໃນເດືອນພຶດສະພາ ທີ່ຜ່ານມາ.
ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືການພົວພັນໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ລວມເຖິງການພົວພັນຮ່ວມມື ອາຊຽນ-ຣັດເຊຍ, ພ້ອມທັງ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ. ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມ BRICS ທີ່ ຣັດເຊຍ ເປັນເຈົ້າພາບ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.
ແຫຼ່ງທີ່ມາ: ຂປລ