Vientiane Times Lao
ລາວ – ສິງກະໂປ ລົງນາມຮ່ວມມືເອກະສານ 2 ສະບັບ

ລາວ – ສິງກະໂປ ລົງນາມຮ່ວມມືເອກະສານ 2 ສະບັບ

ສປປ ລາວ ແລະ ສາທາລະນະລັດ ສິງກະໂປ ໄດ້ລົງນາມເອກະສານການຮ່ວມມື ຈຳນວນ 2 ສະບັບໂດຍການເປັນສັກຂີພິຍານຂອງນາຍົກລັດຖະມົນຕີຂອງສອງປະເທດ, ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ລໍເຣັນສ ວອງ (Lawrence Wong).

ການຮ່ວມມື 2 ສະບັບດັ່ງກ່າວປະກອບມີ:  ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂະແໜງການສຶກສາລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແຫ່ງ ສ. ສິງກະໂປ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືພາຍໃຕ້ສົນທິສັນຍາ ປາຣີ ມາດຕາ 6, ເຊິ່ງແມ່ນການຮ່ວມມືດ້ານສິນເຊື່ອກາກບອນ (Carbon Credit) ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແລະ ອຸດສາຫະກໍາ ແຫ່ງ ສ. ສິງກະໂປ.

ການລົງນາມຮ່ວມມືດັ່ງກ່າວນີ້ເນື່ອງໃນໂອກາດທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ, ໃນວັນທີ 09 ກໍລະກົດ 2024 ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະ ທ່ານ ລໍເຣັນສ ວອງ (Lawrence Wong), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ສິງກະໂປ.​

ແຫຼ່ງຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

Related Articles

Leave a Reply