ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນມື້ວານນີ້ ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ທ່ານ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບກັນອີກຄັ້ງ ພາຍຫຼັງໄດ້ພົບກັນໃນໂອກາດທີ່ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເດີນທາງ ໄປ ເຂົ້າຮ່ວມກອງປະຊຸມສຸດຍອດ ຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດໃນຄັ້ງນີ້ ໂດຍເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດ ຂອງ ທ່ານ ເລືອງ ເກືອງ ໃນຖານະຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງນອກຈາກເປັນປະເພນີປະຕິບັດຂອງສອງປະເທດແລ້ວ ຍັງເປັນການຢືນຢັນ ແລະ ສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນ ແລະ ຖືເປັນບຸລິມະສິດຕົ້ນຕໍຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ໄປຍັງບັນດາສະຫາຍການນໍາພັກ, ລັດຫວຽດນາມ ໂດຍສະເພາະ ທ່ານນາຍົກລັດຖະມົນຕີ ຟ້າມ ມິງ ຈິງ.
ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະຜ່ານມາ ທີ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ໂດຍສະເພາະການພົບປະແລກປ່ຽນຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ ຊຶ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນພິເສດຂອງສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອນກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄືແຜນການຮ່ວມມື ລະຫວ່າງສອງລັດຖະບານ ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະຢ່າງເປັນທາງການ ລະຫວ່າງ ສອງປະທານປະເທດ ລາວ ແລະ ຫວຽດນາມ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກນັ້ນ, ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະແມ່ນ ຄອບຄົວ ສີພັນດອນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຈັດການໄວ້ອາໄລລະດັບຊາດ ເປັນເວລາ 2 ວັນ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ພິເສດແມ່ນໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງສຸດ ມາຮ່ວມໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດສົບລະດັບຊາດ ໃນຕົ້ນເດືອນເມສາທີ່ຜ່ານມາ; ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫຼອດມາ.
ໃນຂະນະດຽວກັນ, ທ່ານ ເລືອງ ເກືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນຂອງສອງປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຫຼາຍຂຶ້ນ.
ຂ່າວ: ກະຊວງການຕ່າງປະເທດ