Vientiane Times Lao
ລາວ-ຫວຽດນາມຮ່ວມຖະແຫຼງຂ່າວ ຜົນສຳເລັດກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ຄັ້ງທີ 47

ລາວ-ຫວຽດນາມຮ່ວມຖະແຫຼງຂ່າວ ຜົນສຳເລັດກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ຄັ້ງທີ 47

ທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ປະທານຄະນະກໍາມະການຮ່ວມມື ລາວ- ຫວຽດນາມ ຮ່ວມກັບ ທ່ານ ຫງວຽນ ຈິ ຢຸ້ງ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ເຂົ້າຮ່ວມຖະແຫຼ່ງຂ່າວກ່ຽວກັບຜົນສໍາເລັດຂອງ ກອງປະຊຸມ ຄັ້ງທີ 47 ປະຈຳປີ 2025 ຂອງຄະນະກຳມະ ການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ, ໃນວັນທີ 9 ມັງກອນ 2025 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານ ເພັດ ພົມພີພັກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືຂອງສອງຝ່າຍລາວ -ຫວຽດນາມ ຕະຫຼອດ 1 ປີ ຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຊຶ່ງສາມາດສະຫຼຸບບາງດ້ານອັນພົ້ນເດັ່ນ ເປັນຕົ້ນ: ການພົວພັນຮ່ວມມືດ້ານການເມືອງ, ການຕ່າງປະເທດ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບ ຫຼາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາລະ ຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ, ເປັນພື້ນ ຖານອັນໜັກແໜ້ນໃຫ້ແກ່ການພົວພັນພິເສດ ຂອງສອງຊາດໃນດ້ານອື່ນໆ ສະໜັບສະໜູນ ໃນຂອບປະຊາຄົມອາຊຽນ, ເວທີພົບປະຫຼາຍຝ່າຍ ໃນພາກພື້ນ ແລະ ສາກົນ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ: ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມ ທັນການ, ໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນ.

ການຮ່ວມມືດ້ານເສດຖະກິດ: ສອງຝ່າຍ ລ້ວນແຕ່ມີຄວາມພະຍາຍາມ ຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ຂອງ ສອງກົມການເມືອງ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆ ມາ ເປັນຕົ້ນ:

ດ້ານການຄ້າ: ມູນຄ່າການຄ້າ ລາວ-ຫວຽດນາມ ຄາດຄະເນ ໝົດ​ປີສາມາດບັນລຸໄດ້ຕາມຄາດໝາຍ ທີ່ກຳນົດໄວ້ໃນກອງປະຊຸມຄັ້ງທີ 46; ໃນ ປີ 2024 ບັນລຸໄດ້ 2,2 ຕື້​ໂດ​ລາ ເພີ່ມຂຶ້ນ 34 % ເມື່ອທຽບໃສ່ປີ 2023.

ດ້ານການລົງທຶນ: ໃນປີ 2024, ລັດຖະບານລາວ ໄດ້ອະນຸ ຍາດໃຫ້ວິສາຫະກິດຫວຽດນາມ ເຂົ້າມາລົງທຶນ 12 ໂຄງການ ແລະ ສອງຝ່າຍກໍ່ໄດ້ພະຍາຍາມ, ເປັນເຈົ້າການຮ່ວມກັນເພື່ອຊອກຫາກົນໄກ, ທາງອອກ ເພື່ອຊ່ວຍເຊິ່ງກັນ ແລະ ກັນ ໃນການຊຸກຍູ້ການຮ່ວມມື-ລົງທຶນຂອງສອງປະເທດ ໃຫ້ມີຄວາມສະດວກ, ຄ່ອງຕົວຫຼາຍຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນໃນຂົງເຂດ ພະລັງງານລົມ ເປັນຕົ້ນ: ພະລັງງານລົມ ເຈື່ອງເຊິນ, ໂຄງການພະລັງງານລົມ ສະຫວັນ1 ໄດ້ຮັບການຊຸກຍູ້ຈັດຕັ້ງປະຕິ ບັດໄດ້ເປັນຢ່າງດີ.

ການເຊື່ອມຈອດດ້ານຄົມມະນາຄົມ: ສອງຝ່າຍ ໄດ້ເອົາໃຈໃສ່ປະສານສົມທົບ ແລະ ຊຸກ ຍູ້ກັບພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຮ່ວມກັນພັດທະນາພື້ນຖານໂຄງລ່າງຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການ ໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດ ກໍ່ຄືລະຫວ່າງບັນດາປະເທດໃນພາກພື້ນ ເປັນຕົ້ນ: 1).ໂຄງການທ່າທຽບເຮືອຫວຸງອາງ 1, 2 ແລະ 3; ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ​ແລະ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ .

ການຮ່ວມມືດ້ານວັດທະນະທໍາ-ສັງຄົມ: ກໍ່ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ອັນໄດ້ສ້າງເງື່ອນໄຂ ໃຫ້ບັນດາຊາວໜຸ່ມ, ເຊິ່ງເປັນອະນາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມອ້າຍນ້ອງ. ສອງຝ່າຍ ຢືນຢັນຄືນໃນທົດສະວັດໃໝ່ທີ່ຈະມາເຖິງນີ້ ສອງຝ່າຍ ຈະເອົາໃຈໃສ່ຍົກສູງຄຸນນະພາບ ຂອງການເລືອກເຟັ້ນນັກສຶກສາລາວ ທີ່ຈະມາສຶກສາຕໍ່ຢູ່ ສສ ຫວຽດນາມ ໃຫ້ໄດ້ຄຸນນະພາບໃໝ່. ໃນປີ 2025, ລັດຖະບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງພະນັກງານ,ນັກຮຽນ, ນັກສຶກສາລາວ ໄປຮຽນ ຢູ່ ສສ ຫວຽດນາມ ແມ່ນ 1.160 ທຶນ.

ທ່ານ ເພັດ ພົມພີພັກ ໄດ້ກ່າວຕື່ມອີກວ່າ: ໃນກອງປະຊຸມ ໃນຄັ້ງນີ້ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມເປັນສັກຂີພະຍານ ໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືເຖິງ 4 ສະບັບ, ໃນນັ້ນ ມີບົດບັນທຶກ ກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ປະ ຈຳປີ 2025, ແຜນການຮ່ວມມື ລະຫວ່າງ ກະຊວງສຶກສາທິ ການ-ກິລາລາວ ແລະ ກະຊວງສຶກສາ-ບໍາລຸງສ້າງຫວຽດນາມ ແລະ ອັນສຳຄັນ ໃນຄັ້ງນີ້ມີການເຊັນສັນຍາວ່າດ້ວຍການຊື້-ຂາຍໄຟຟ້າ ແລະ ຖ່ານຫີນ ລະຫວ່າງສອງຝ່າຍ ຮ່ວມກັນ.

ທີ່ມາ: ວສລ

Related Articles

Leave a Reply