Vientiane Times Lao
ລາວ-ຮົງກົງ ເສີມຂະຫຍາຍການຮ່ວມມືວຽກງານຫຼາຍດ້ານ

ລາວ-ຮົງກົງ ເສີມຂະຫຍາຍການຮ່ວມມືວຽກງານຫຼາຍດ້ານ

ສປປ ລາວ ແລະ ຮົງກົງ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງຂະແໜງການຕ່າງໆ ທີ່ກ່ຽວຂ້ອງຂອງ ສປປ ລາວ ກັບ ຮົງກົງ ກໍຄື ການພົວພັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີບາດກ້າວໃໝ່ ແນໃສ່ນໍາເອົາຜົນປະໂຫຍດອັນຍືນຍົງມາສູ່ປະຊາຊົນ ສອງຊາດລາວ ແລະ ຈີນ ກໍຄື ຮົງກົງ.

ໃນລະຫວ່າງວັນທີ 28-30 ກໍລະກົດ 2024 ນີ້, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຈາກພາກລັດ ແລະ ພາກທຸລະກິດ ເດີນທາງມາຢ້ຽມຢາມ ສປປ ລາວ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ໃນວັນທີ 29 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ, ກອງປະຊຸມພົບປະສອງຝ່າຍ ກໍໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຈອນ ລີ, ໃນໂອກາດນີ້ ສອງຝ່າຍ ໄດ້ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ເຊິ່ງຖືເປັນບາດກ້າວສໍາຄັນ ສໍາລັບການຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ຮົງກົງ ໃນຕໍ່ໜ້າ.

ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ການທະນາຄານ, ການສຶກສາ, ການຄົມມະນາຄົມຂົນສົ່ງ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ນັບແຕ່ມີການເປີດສາຍການບິນໂດຍກົງ ຈາກຮົງກົງ-ນະຄອນຫຼວງວຽງຈັນ (ຈໍານວນ 1 ຖ້ຽວ/ອາທິດ) ໃນວັນທີ 7 ພຶດສະພາ 2024 ຜ່ານມາ, ໄດ້ເຮັດໃຫ້ການໄປມາຫາສູ່ກັນສະດວກຂຶ້ນ, ທັງປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງ ສະແດງຄວາມຍິນດີທີ່ເຫັນວ່າ ໃນໄລຍະການຢ້ຽມຢາມຄັ້ງນີ້, ຄະນະນັກທຸລະກິດຮົງກົງ ຍັງໄດ້ພົບປະກັບບັນດາຂະແຫນງການທີ່ກ່ຽວຂ້ອງຂອງລາວ ລວມທັງ ພົບປະກັບພາກທຸລະກິດຂອງລາວ ເຊິ່ງຈະເປັນການເປີດໂອກາດ ແລະ ຊ່ອງທາງໃນການຮ່ວມມື ເພື່ອດໍາເນີນທຸລະກິດຮ່ວມກັນໃນອະນາຄົດ.

ພ້ອມກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຊີນຊວນນັກລົງທຶນຮົງກົງໃຫ້ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ນີ້.

ໃນໂອກາດດຽວກັນ, ທ່ານ ຈອນ ລີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ຈະໃຫ້ຄວາມຮ່ວມມື ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ ແລະ ຈີນ ກໍຄື ຮົງກົງ.

ພາຍຫຼັງສໍາເລັດການພົບປະ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຈອນ ລີ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ ຈໍານວນ 12 ສະບັບ ເຊິ່ງປະກອບມີ: ການຮ່ວມມືດ້ານການສຶກສາ, ເສດຖະກິດ-ການຄ້າ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານພາສີ ແລະ ອື່ນໆ ເພື່ອເປັນກົນໄກຊຸກຍູ້ການຮ່ວມມືສອງຝ່າຍໃນຕໍ່ໜ້າ.

ໃນວັນດຽວກັນ, ທ່ານ ຈອນ ລີ  ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຂົ້າຮ່ວມງານລ້ຽງຮັບຮອງ ຈັດໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ໄດ້ໄປຢ້ຽມຢາມມັດທະຍົມສົມບູນວຽງຈັນ, ເຂດພັດທະນາໄຊເສດຖາກວມລວມ ແລະ ສະຖານີລົດໄຟ ລາວ-ຈີນ ອີກດ້ວຍ.

ທີ່ມາ: ກະຊວງການຕ່າງປະເທດ

Related Articles

Leave a Reply