ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ 2025 ທີ່ລັງກາວີ ປະເທດມາເລເຊຍ, ຊຶ່ງໃນກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ແລະ ເປັນກອງປະຊຸມຄັ້ງທໍາອິດ ຈັດຂຶ້ນພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025 ພາຍໃຕ້ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ (Inclusivity and Sustainability)”.

ໃນກອງປະຊຸມ, ມາເລເຊຍ ໄດ້ແຈ້ງ ກ່ຽວກັບ ບຸລິມະສິດ ແລະ ພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ຊຶ່ງເນັ້ນໃສ່ການພັດທະນາແບບຍືນຍົງ ໂດຍພ້ອມກັນກ້າວໄປ ແລະ ໜ້າວຽກອື່ນໆ ທີ່ສືບຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີຜ່ານມາ. ພາຍໃຕ້ປະຊາຄົມການເມືອງ-ຄວາມໝັ້ນຄົງ, ອາຊຽນຈະເນັ້ນໃສ່ ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ; ສົ່ງເສີມການສ້າງປະຊາຄົມອາຊຽນ; ສົ່ງເສີມອາຊຽນ ເປັນກອງກໍາລັງທີ່ມີປະສິດທິພາບ ໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນຂົງເຂດອິນໂດ-ປາຊີຟິກ ແລະ ນອກພາກພື້ນ; ສົ່ງເສີມຄວາມອາດສາມາດທາງດ້ານສະຖາບັນ ແລະ ຄວາມມີປະສິດທິພາບຂອງອາຊຽນ ແລະ ເພີ່ມທະວີຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ທີ່ຖືເອົາປະຊາຊົນເປັນແກນກາງຢ່າງແທ້ຈິງ. ສໍາລັບປະຊາຄົມເສດຖະກິດ, ອາຊຽນ ຈະເນັ້ນໃສ່ ການສົ່ງເສີມການຄ້າ ແລະ ການລົງທຶນ; ກຳນົດທິດທາງ ທີ່ມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ; ສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ; ແລະ ສ້າງຄວາມເຂັ້ມແຂງດ້ານ ດີຈີຕອນຂອງອາຊຽນ.
ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນເດືອນ ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ແລະ ຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງປະຕິບັດຜົນກອງປະຊຸມສຸດຍອດດັ່ງກ່າວໃຫ້ມີປະສິດທິຜົນ.
ພ້ອມກັນນັ້ນ, ກອງປະຊຸມ ໄດ້ເນັ້ນຢ້ຳວ່າ 2025 ເປັນປີສໍາຄັນ ເພາະເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດຂອງທັງສາມເສົາຄໍ້າປະຊາຄົມໃຫ້ສໍາເລັດຕາມເປົ້າໝາຍ ແລະ ສ້າງບັນດາແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເພື່ອໃຫ້ຜູ້ນໍາອາຊຽນ ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ຈະໄດ້ຈັດຂຶ້ນໃນເດືອນ ພຶດສະພາ 2025.
ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງອາຊຽນກັບພາຍນອກ ແລະ ໄດ້ເນັ້ນຄວາມສຳຄັນຂອງການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບຄູ່ຄວາມຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ.
ຂ່າວຈາກ: ກຕທ